ຂ່າວເດັ່ນ

ລັດ​ເຊຍ ຢາກ​ເຂົ້າ​ຮ່ວມ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຢູ​ແກຼນ

ລັດ​ເຊຍ ຢາກ​ເຂົ້າ​ຮ່ວມ​ບັນ​ດາ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ຢູ​ແກຼນ

(VOVWORLD) - ບັນດາການປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງ ຢູແກຼນ ທີ່ບໍ່ມີການເຂົ້າຮ່ວມຂອງລັດເຊຍ ແມ່ນ ໄຮ້ປະໂຫຍດ, ພ້ອມທັງໄດ້ສົ່ງຄຳກ່າວເຕືອນໄປຍັງບັນດາປະເທດຝ່າຍຕາເວັນຕົກ ຖ້າບໍ່ໃຫ້ການຮ່ວມມື.

ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ  (ພາບ: TASS)

ວັນທີ 20 ສິງຫາ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ, ບັນດາການປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງ ຢູແກຼນ ທີ່ບໍ່ມີການເຂົ້າຮ່ວມຂອງລັດເຊຍ ແມ່ນ ໄຮ້ປະໂຫຍດ, ພ້ອມທັງໄດ້ສົ່ງຄຳກ່າວເຕືອນໄປຍັງບັນດາປະເທດຝ່າຍຕາເວັນຕົກ ຖ້າບໍ່ໃຫ້ການຮ່ວມມື. ໃນການຖະແຫຼງການຮ່ວມກັບທ່ານລັດຖະມົນຕີການຕ່າງປະເທດ ຈໍແດນ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັ້ກວ່າ ປະເທດນີ້ພຽງແຕ່ສະໜັບສະໜູນບັນດາການຮັບປະກັນ ທີ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ ໃຫ້ແກ່ຢູແກຼນເທົ່ານັ້ນ, ສະເໜີບັນດາການຮັບປະກັນຄວາມໝັ້ນຄົງອາດສາມາດໄດ້ສ້າງຂຶ້ນໃນຮ່າງຂໍ້ຕົກລົງໂດຍບັນດາຝ່າຍທີ່ປະທະກັນ ປຶກສາຫາລືໃນຊຸມອາທິດເບື້ອງຕົ້ນຂອງການປະທະກັນ ຢູ່ Istanbul, ປະເທດຕວັກກີ ປີ 2022. ກ່ຽວກັບຄວາມສາມາດໃນການໂອ້ລົມສົນທະນາແບບເຊິ່ງໜ້າກັບ ຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືກ່ຽວກັບບັນດາແງ່ມູມດ້ານການເມືອງຕໍ່ບັນຫາ ຢູແກຼນ ແລະ ດຳເນີນການເຈລະພາພາຍໃຕ້ທຸກຮູບແບບ ແລະ ຍົກລະດັບຄະນະປະຕິບັດງານ ໃນບັນດາການເຈລະຈາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.