ຂ່າວເດັ່ນ

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

(VOVWORLD) - ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ການເຈລະຈາສາມຝ່າຍ ລະຫວ່າງ ອາເມລິກາ, ລັດເຊຍ ແລະ ຢູແກຼນ  ໂດຍ UAE ເປັນປະທານ ໃນວັນທີ 23/01. (ພາບ:Hamad Al Kaabi/UAE Presidential Court/Handout via REUTERS)

       ບັນດາຄະນະຜູ້ແທນ ລັດເຊຍ, ຢູແກຼນ ແລະ ອາເມລິກາ ໄດ້ພົບປະກັນໃນວັນທີ 23 ມັງກອນ ຢູ່ນະຄອນ Abu Dhabi ຂອງ ສະຫະລັດ ອາຣັບ ເອມມີເລດ (UAE), ເພື່ອດຳເນີນບັນດາການເຈລະຈາ 3 ຝ່າຍແບບເຊິ່ງໜ້າທຳອິດກ່ຽວກັບແຜນການໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ຊຸກຍູ້, ເພື່ອແນໃສ່ຢຸດຕິການປະທະກັນທີ່ໄດ້ແກ່ຍາວເກືອບ 4 ປີ.

        ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE ແລ້ວ, ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ກ່ອນດໍາເນີນວາລະເຈລະຈາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ຖະແຫຼງວ່າ ບັນຫາ Donbass (ທາງທິດຕາເວັນອອກ ຢູແກຼນ) ແມ່ນແກ່ນສານ ແລະ 3 ຝ່າຍຈະປຶກສາຫາລືກ່ຽວກັບບັນຫານີ້ໃນສອງວັນເຈລະຈາຢູ່ UAE.

        ໃນຂະນະນັ້ນ, ວັນທີ 23 ມັງກອນ ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ເລື່ອງ ຢູແກຼນ ຖອນກຳລັງອອກຈາກເຂດ Donbass ແມ່ນເງື່ອນໄຂສຳຄັນທີ່ສຸດ.

ນັກຂ່າວ VOV ປະຈຳ ອີຢິບ


This site is protected by reCAPTCHA and the Google Privacy Policy and Terms of Service apply.