ຂ່າວເດັ່ນ

ລັດ​ຖະ​ບານ ອາ​ເມ​ລິ​ກາ ມີ​ຄວາມ​ສ່ຽງ​ຖືກຢຸດ​ສະ​ງັກ ຍ້ອນ 2 ພັກ​ຝ່າຍ ປະ​ຊາ​ທິ​ປະ​ໄຕ​, ສາ​ທາ​ລະ​ນະ​ລັດ ບໍ່​ສາ​ມາດປະ​ນິ​ປະ​ນອມ​ກັນໄດ້

ລັດ​ຖະ​ບານ ອາ​ເມ​ລິ​ກາ ມີ​ຄວາມ​ສ່ຽງ​ຖືກຢຸດ​ສະ​ງັກ ຍ້ອນ 2 ພັກ​ຝ່າຍ ປະ​ຊາ​ທິ​ປະ​ໄຕ​, ສາ​ທາ​ລະ​ນະ​ລັດ ບໍ່​ສາ​ມາດປະ​ນິ​ປະ​ນອມ​ກັນໄດ້

(VOVWORLD) - ຖ້າລັດຖະບານປິດປະຕູ ນັ້ນຈະແມ່ນຄວາມຜິດຂອງພັກປະຊາທິປະໄຕ. ທ່ານ JD Vance ຮອງປະທານາທິບໍດີ ຖືວ່າ ລັດຖະບານ ອາເມລິກາ ຈຳເປັນຕ້ອງປິດປະຕູ ຍ້ອນຂາດຄວາມບໍ່ລົງລອຍກັນລະຫວ່າງພັກສາທາລະນະລັດ ແລະ ປະຊາທິປະໄຕ.

ການປະຊຸມດ່ວນໃນນາທີສຸດທ້າຍຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ການນຳແຖວໜ້າ 4 ທ່ານຂອງສະພາຕ່ຳ, ສະພາສູງ ອາເມລິກາ ຢູ່ທຳນຽບຂາວ ໃນວັນທີ 29 ກັນຍາ ໄດ້ສິ້ນສຸດລົງ ໂດຍບໍ່ບັນລຸໄດ້ຄວາມປະນິປະນອມຈາກບໍ່ວ່າຝ່າຍໃດ ເພື່ອຮັກສາໃຫ້ລັດຖະບານສະຫະລັດສືບຕໍ່ເຄື່ອນໄຫວພາຍຫຼັງວັນສຸດທ້າຍຂອງເດືອນກັນຍາ. ຖ້າຫາກວ່າ ແຫຼ່ງເງິນອຸປະຖຳໝົດກຳນົດໃນກາງຄືນ (ວັນທີ 30 ກັນຍາ ຕາມເວລາທ້ອງຖິ່ນ) ນັ້ນ, ເລື່ອງປິດປະຕູລັດຖະບານ ຈະເລີ່ມຕົ້ນແຕ່ ວັນທີ 01 ຕຸລາ. ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການປະຊຸມກັບທ່ານ Donald Trump, ທ່ານ Hakeem Jeffries ການນຳຝ່າຍສ່ວນໜ້ອຍຢູ່ສະພາຕ່ຳ ອາເມລິກາ (ພັກປະຊາທິປະໄຕ) ຍອມຮັບວ່າ “ຍັງມີບັນດາຄວາມແຕກຕ່າງອັນໃຫຍ່ຫຼວງຢູ່”. ໃນຂະນະນັ້ນ, ທ່ານ Mike Johnson ປະທານສະພາຕ່ຳ (ພັກສາທາລະນະລັດ) ເນັ້ນໜັກວ່າ ຖ້າລັດຖະບານປິດປະຕູ ນັ້ນຈະແມ່ນຄວາມຜິດຂອງພັກປະຊາທິປະໄຕ. ທ່ານ JD Vance ຮອງປະທານາທິບໍດີ  ຖືວ່າ ລັດຖະບານ ອາເມລິກາ ຈຳເປັນຕ້ອງປິດປະຕູ ຍ້ອນຂາດຄວາມບໍ່ລົງລອຍກັນລະຫວ່າງພັກສາທາລະນະລັດ ແລະ ປະຊາທິປະໄຕ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.