ຂ່າວເດັ່ນ

ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ສະ​ບັບ​ໃໝ່​ກ່ຽວ​ກັບ​ການ​ບຸ​ທະ​ລຸ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

ລັດ​ຖະ​ບານ​ຈະ​ປະ​ກາດ​ໃຊ້​ມະ​ຕິ​ສະ​ບັບ​ໃໝ່​ກ່ຽວ​ກັບ​ການ​ບຸ​ທະ​ລຸ​ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງພັດທະນາເຮືອນຢູ່ສັງຄົມຢ່າງໄວວາທີ່ສຸດ ພ້ອມທັງມອບໃຫ້ກະຊວງກໍ່ສ້າງ ເຮັດ ຮ່າງມະຕິກ່ຽວກັບການຜັນຂະຫຍາຍບາງມາດຕະການບຸກທະລຸພັດທະນາ ເຮືອນຢູ່ສັງຄົມ ໄລຍະ 2025-2026 ສຳເລັດ.

(ພາບ:VOV)

   ຕອນເຊົ້າວັນທີ 24 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະສັບ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດກ່ຽວກັບບັນດາມາດຕະການພັດທະນາບຸກທະລຸເຮືອນຢູ່ສັງຄົມ. ກອງປະຊຸມຈັດຂຶ້ນທາງອອນໄລເຊື່ອມຕໍ່ກັບ 17 ແຂວງ, ນະຄອນທີ່ມີຄວາມຕ້ອງການດ້ານເຮືອນຢູ່ສັງຄົມສູງ.

  ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງພັດທະນາເຮືອນຢູ່ສັງຄົມຢ່າງໄວວາທີ່ສຸດ ພ້ອມທັງມອບໃຫ້ກະຊວງກໍ່ສ້າງ ເຮັດ ຮ່າງມະຕິກ່ຽວກັບການຜັນຂະຫຍາຍບາງມາດຕະການບຸກທະລຸພັດທະນາ ເຮືອນຢູ່ສັງຄົມ ໄລຍະ 2025-2026 ສຳເລັດ ເພື່ອຕອບສະໜອງຄຳຮຽກຮ້ອງຂອງ ປຊຊ. ເຮືອນຢູ່ສັງຄົມ ຕ້ອງຮັບປະກັນດ້ານຄົມມະນາຄົມ, ເຕັກນິກ, ໄຟຟ້າ, ນ້ຳປະປາ, ສາທາລະນະສຸກ, ວັດທະນະທຳ, ຮັບປະກັນສິດສະເໝີພາບຂອງພົນລະເມືອງກັບບັນດາເປົ້າໝາຍອື່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.