ຂ່າວເດັ່ນ

ລັດ​ຖະ​ບານ ອິດ​ສະຣາ​ແອັນ ຮັບ​ຮອງ​ເອົາ​ຄຳ​ສັ່ງ​ຢຸດ​ຍິງ

ລັດ​ຖະ​ບານ ອິດ​ສະຣາ​ແອັນ ຮັບ​ຮອງ​ເອົາ​ຄຳ​ສັ່ງ​ຢຸດ​ຍິງ

(VOVWORLD) - ພາຍຫຼັງໂຈະໄວ້ເປັນຫຼາຍຊົ່ວໂມງ, ຮຸ່ງເຊົ້າວັນທີ 10 ຕຸລາ, ລັດຖະບານ ອິດສະຣາແອັນ ໄດ້ຮັບຮອງເອົາຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ກັບຂະບວນການ ຮາມາດສ.

ບັນດາກຳລັງ ອິດສະຣາແອັນ ຜັນຂະຫຍາຍຢູ່ Nablus, ຝລັ່ງຕາເວັນຕົກ (ພາບ: THX/TTXVN)

ຕາມນັ້ນແລ້ວ, ກອງທັບ ອິດສະຣາແອັນ ຢູ່ເຂດ ກາຊາ ຈະເລີ່ມຖອນກຳລັງກັບໄປເສັ້ນຊາຍແດນໃໝ່ຢູ່ໃນເຂດ ກາຊາ. ພາຍຫຼັງກອງທັບ ອິດສະຣາແອັນ ຈັດກຳລັງຄືນໃໝ່, ພາຍໃນ 72 ຊົ່ວໂມງຕໍ່ໄປ, ຮາມາດສ ຈະມອບສົ່ງຕົວປະກັນທັງໝົດທີ່ຍັງຖືກກັກຂັງ, ລວມມີຜູ້ມີຊີວິດ ແລະ ເສຍຊີວິດແລ້ວ ໃຫ້ແກ່ ອິດສະຣາແອັນ. ຕາມໄລຍະທີ່ 1 ຂອງຂໍ້ລິເລີ່ມສິ້ນສຸດສົງຄາມຢູ່ເຂດ ກາຊາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີ, ຮາມາດສ ຈະສົ່ງຕົວປະກັນ 48 ຄົນໃຫ້ແກ່ ອິດສະຣາແອັນ ເພື່ອແລກເອົາເລື່ອງປະເທດນີ້ປ່ອຍອິດສະຫຼະພາບໃຫ້ແກ່ນັກໂທດ ປາແລັດສະຕິນ 1.750 ຄົນ, ຄາດວ່າບັນດາຕົວປະກັນທຳອິດອາດຈະໄດ້ປ່ອຍຕົວໃນຕົ້ນອາທິດໜ້າ.

        ດ້ວຍເລື່ອງ ອິດສະຣາແອັນ ແລະ ຮາມາດສ ບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະເບື້ອງຕົ້ນ, ການນຳຫຼາຍປະເທດ ໄດ້ຊົມເຊີຍໝາກຜົນນີ້, ພ້ອມທັງຍ້ອງຍໍບົດບາດເປັນກາງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນການຊຸກຍູ້ເພື່ອບັນລຸໄດ້ຂໍ້ຕົກລົງປະຫວັດສາດ.

ບ໊າທີ, ຟ້າມຮວັນ - ນັກຂ່າວ VOV ປະຈຳ ອີຢິບ, ອາເມລິກາ 

This site is protected by reCAPTCHA and the Google Privacy Policy and Terms of Service apply.