ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງກອງ​ທັບ ສ.ຝ​ລັ່ງ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງກອງ​ທັບ ສ.ຝ​ລັ່ງ

(VOVWORLD) - ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ສ. ຝລັ່ງ, ເນື່ອງໃນໂອກາດມາຕິດຕາມທ່ານປະທານາທິບໍດີ ຝລັ່ງ Emanuel Macron ຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ.


 ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Sébastien Lecornu, ລັດຖະມົນຕີກະຊວງກອງທັບ ສ. ຝລັ່ງ  (ພາບ: VOV)

        ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງບັນດາບາດກ້າວພັດທະນາໃໝ່ ທີ່ນັບມື້ນັບດີງາມໃນການພົວພັນລະຫວ່າງ ຫວຽດນາມ ແລະ ສ.ຝລັ່ງ. ເມື່ອຢັ້ງຢືນກ່ຽວກັບກຳລັງບົ່ມຊ້ອນໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ກະຊວງແມ່ນຍັງຫຼາຍຢູ່ນັ້ນ, ທ່ານພົນເອກ ຟານວັນຢາງ ສະເໜີວ່າ ໃນໄລຍະຈະມາເຖິງ, ບົນພື້ນຖານອະນຸສັນຍາທີ່ໄດ້ລົງນາມໃນຕອນເຊົ້າ, ສອງຝ່າຍສືບຕໍ່ປະຕິບັດບັນດາກຳນົດທິດທາງການຮ່ວມມືບົນພື້ນຖານຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ແລະ ໂຄງການຮ່ວມມືປະຈຳປີໃຫ້ເປັນຢ່າງດີ.

        ສ່ວນທ່ານລັດຖະມົນຕີກອງທັບ ຝລັ່ງ Sébastien Lecornu ຖືວ່າ ການພົບປະລະຫວ່າງລັດຖະມົນຕີສອງປະເທດ ແມ່ນຂີດໝາຍສຳຄັນທີ່ສະແດງໃຫ້ເຫັນການພັດທະນາຢ່າງດີງາມໃນການພົວພັນລະຫວ່າງສອງປະເທດ. ພ້ອມທັງເນັ້ນໜັກວ່າ ຈະເປັນພື້ນຖານແກ່ການຮ່ວມມືໃນອະນາຄົດ, ຫວຽດນາມ ແລະ ຝລັ່ງ ແບ່ງປັນຄວາມປາດຖະໜາສັນຕິພາບ, ເຄົາລົບກົດໝາຍສາກົນ ແລະ ເຄົາລົບເຊິ່ງກັນ ແລະ ກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.