ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ NATO ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປົ້າ​ໝາຍ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ ແລະ ໜູນ​ຊ່ວຍ ຢູ​ແກຼນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ NATO ໂຮມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ເປົ້າ​ໝາຍ​ໃຊ້​ຈ່າຍ​ດ້ານ​ປ້ອງ​ກັນ​ຊາດ ແລະ ໜູນ​ຊ່ວຍ ຢູ​ແກຼນ

(VOVWORLD) - ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.


ວັນທີ 15 ຕຸລາ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄຂຂຶ້ນຢູ່ ບຣຸກແຊນ (ແບນຊິກ). ນີ້ແມ່ນກອງປະຊຸມຂັ້ນສູງຄັ້ງທຳອິດຂອງສຳພັນທະມິດ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດ NATO ດຳເນີນຢູ່ ລາໄຮ, ໂຮນລັງ ເມື່ອເດືອນ ມິຖຸນາ 2025, ສ້າງຂີດໝາຍຜັນຂະຫຍາຍຂັ້ນຕອນຕໍ່ໄປໃນໂຄງການດຳເນີນງານຍຸດທະສາດຂອງກຸ່ມ.

        ກອງປະຊຸມຄັ້ງນີ້ ເຕົ້າໂຮມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດສະມາຊິກ ພ້ອມດ້ວຍທ່ານ Pete Hegseth, ລັດຖະມົນຕີສົງຄາມ ອາເມລິກາ, ຊຶ່ງສຸມໃສ່ແລກປ່ຽນກ່ຽວກັບສາມເນື້ອໃນຫຼັກ: ລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຮອດປີ 2035, ນະໂຍບາຍໜູນຊ່ວຍດ້ານການທະຫານໃຫ້ແກ່ ຢູແກຼນ ແລະ ຍົກສູງກຳລັງຄວາມສາມາດປ້ອງກັນອາກາດລວມຂອງພັນທະມິດ.

        ຂໍ້ສະເໜີຍົກລະດັບການໃຊ້ຈ່າຍດ້ານປ້ອງກັນຊາດຂຶ້ນ 5% GDP ໃນປີ 2035 ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາຫົວຂໍ້ຈຸດສຸມຂອງກອງປະຊຸມ. ສ່ວນໃຫຍ່ບັນດາປະເທດສະມາຊິກໄດ້ສະແດງການສະໜັບສະໜູນຕໍ່ເປົ້າໝາຍນີ້, ແຕ່ ແອັດສະປາຍ ໄດ້ຮັບຖືວ່າ ບໍ່ເຂົ້າຮ່ວມຄຳໝັ້ນສັນຍາ.


This site is protected by reCAPTCHA and the Google Privacy Policy and Terms of Service apply.