ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສິງ​ກະ​ໂປ​ ຢັ້ງ​ຢືນ ຄວາມ​ພ້ອມ​ຕ້ອນ​ຮັບ​ນາຍ​ທະ​ຫານ ຫວຽດ​ນາມ ໄປ​ບຳ​ລຸງ​ສຶກ​ສາ​ຢູ່ ສິງ​ກະ​ໂປ

(VOVWORLD) - ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

 
 
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing (ພາບ: VOV5)

ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປັນປະທານພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ:

        “ພວກຂ້າພະເຈົ້າຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ, ໃນສະພາບການສອງປະເທດຫາກໍ່ຍົກສູງການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເມື່ອເດືອນ ມີນາ 2025. ນີ້ກໍແມ່ນພະຍານຫຼັກຖານທີ່ມີຊີວິດຊີວາສຳລັບການພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດ ຫວຽດນາມ - ສິງກະໂປ.”

ບັນດຍາກາດການໂອ້ລົມສົນທະນາ (ພາບ: VOV)

        ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ຮອບດ້ານ, ແທດຈິງ, ສຸມໃສ່ບັນດາຂົງເຂດ: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ຮັກສາບັນດາກົນໄກປຶກສາຫາລື, ເຈລະຈາທີ່ມີໃນປັດຈຸບັນຢ່າງມີປະສິດທິຜົນ; ບຳລຸງສ້າງ, ຮ່ວມມືລະຫວ່າງເຫຼົ່າຮົບ, ເສນາຮັກ; ເພີ່ມທະວີການແບ່ງປັນບົດຮຽນປະສົບການທາງວິຊາສະເພາະ; ພົບປະແລກປ່ຽນນາຍທະຫານໜຸ່ມ; ສືບຕໍ່ໃຫ້ຄ່ຳສາ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສ ກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບຫຼາຍຝ່າຍໃນ ອາຊຽນ ແລະ ບັນດາເຫດການສາກົນ ໂດຍແຕ່ລະຝ່າຍຈັດຂຶ້ນ.

ຄະນະຜູ້ແທນກະຊວງປ້ອງກັນປະເທດ ສິງກະໂປ (ພາບ: VOV)

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Chan Chun Sing ເນັ້ນໜັກວ່າ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສອງກະຊວງປ້ອງກັນປະເທດ ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ສອງຝ່າຍກໍເຫັນດີສືບຕໍ່ຮັກສາປະສິດທິຜົນໃນບັນດາກົນໄກປຶກສາຫາລື, ໂດຍສະເພາະແມ່ນມຸ່ງໄປເຖິງການເຈລະຈານະໂຍບາຍດ້ານປ້ອງກັນປະເທດ ທີ່ຈະຈັດຂຶ້ນຢູ່ ຫວຽດນາມ ໃນໄລຍະຈະມາເຖິງໃຫ້ປະສົບຜົນສຳເລັດຢ່າງຈົບງາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.