ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ລັ​ດ​ເຊຍ, ຈີນ ຍົກ​ສູງ​ຄວາມ​ສະ​ຖຽນ​ລະ​ພາບ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ລັ​ດ​ເຊຍ, ຈີນ ຍົກ​ສູງ​ຄວາມ​ສະ​ຖຽນ​ລະ​ພາບ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

(VOVWORLD) - ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ຕີລາຄາສູງການພັດທະນາຂອງບັນດາການເຄື່ອນໄຫວເຈລະຈາທາງການເມືອງ ແລະ ການແລກປ່ຽນຕົວຈິງລະຫວ່າງ ລັດເຊຍ - ຈີນ, ຖືນີ້ແມ່ນປັດໄຈຊ່ວຍໃຫ້ການພົວພັນສອງປະເທດມີສະຖຽນລະພາບໃນສະພາບການທົ່ວໂລກສືບຕໍ່ຂາດຄວາມເປັນປົກກະຕິ.

ວັນທີ 20 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ດຳເນີນພົບປະກັບຄູ່ຕຳແໜ່ງ ຈີນ ຫວາງອີ ເພື່ອປຶກສາຫາລືກ່ຽວກັບຫຼາຍຫົວຂໍ້, ລວມມີການພົວພັນກັບ ອາເມລິກາ ແລະ ການປະທະກັນ ຢູ່ ຢູແກຼນ. ການພົບປະໄດ້ດຳເນີນຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເຊິ່ງໄດ້ດຳເນີນຢູ່ນະຄອນ Johannesburg ແຕ່ວັນທີ 20 – 21 ກຸມພາ.

        ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ຕີລາຄາສູງການພັດທະນາຂອງບັນດາການເຄື່ອນໄຫວເຈລະຈາທາງການເມືອງ ແລະ ການແລກປ່ຽນຕົວຈິງລະຫວ່າງ ລັດເຊຍ - ຈີນ, ຖືນີ້ແມ່ນປັດໄຈຊ່ວຍໃຫ້ການພົວພັນສອງປະເທດມີສະຖຽນລະພາບໃນສະພາບການທົ່ວໂລກສືບຕໍ່ຂາດຄວາມເປັນປົກກະຕິ.

        ກ່ອນໜ້ານັ້ນ, ກໍໃນວັນດຽວກັນ, ສຳນັກຂ່າວສານ TASS ຂອງ ລັດເຊຍ ໄດ້ຄັດສະເໜີຄຳປາໄສຂອງທ່ານ Larrov ໂດຍໃຫ້ຮູ້ວ່າ ການພົບປະຄັ້ງຕໍ່ໄປຂອງທ່ານກັບຄູ່ຕຳແໜ່ງ ຈີນ ທ່ານ ຫວາງອີ ຈະດຳເນີນຢູ່ ມົດສະກູ, ປະເທດ ລັດເຊຍ ໃນໄວໆນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.