ຂ່າວເດັ່ນ

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ຈະ ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ແດນ​ມາກ ກ່ຽວ​ກັບ​ບັນ​ຫາ​ເກາະ Greenland

​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ຈະ ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ແດນ​ມາກ ກ່ຽວ​ກັບ​ບັນ​ຫາ​ເກາະ Greenland

(VOVWORLD) - ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານມີແຜນການພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ ແລະ ຈະຍົກອອກບັນຫາເກາະ Greenland ອອກມາແລກປ່ຽນໃນຈຸດເວລາທີ່ເໝາະສົມ.

 ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS)

ວັນທີ 7 ມັງກອນ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານຈະພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ, ແຕ່ບໍ່ໄດ້ສົ່ງສັນຍານໃດທີ່ສະແດງໃຫ້ເຫັນວ່າ ອາເມລິກາ ຈະລົບລ້າງຄວາມຫວັງຢາກຄວບຄຸມເກາະ Greenland ຄືທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຄີຍປະກາດທາງການ.

ກ່ອນໜ້ານັ້ນ, ວັນທີ 6 ມັງກອນ, ທຳນຽບຂາວໃຫ້ຮູ້ວ່າທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມປຶກສາຫາລືບັນດາວິທີການເພື່ອແນໃສ່ຍາດໄດ້ສິດຄວບຄຸມເກາະທີ່ມີທີ່ຕັ້ງຍຸດທະສາດ ຢູ່ ຂົ້ວໂລກເໜືອແຫ່ງນີ້, ໃນນັ້ນບໍ່ຍົກເວັ້ນຄວາມອາດສາມາດນຳໃຊ້ກອງທັບອາເມລິກາ, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກເອີລົບ.

ເມື່ອໄດ້ຖາມກ່ຽວກັບຂໍ້ສະເໜີຂອງ ແດນມາກ ທີ່ກ່ຽວຂ້ອງການປຶກສາຫາລືສະພາບການ ເກາະ Greenland, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ທ່ານມີແຜນການພົບປະກັບບັນດາເຈົ້າໜ້າທີ່ແດນມາກ ໃນອາທິດຈະມາເຖິງ ແລະ ຈະຍົກອອກບັນຫາເກາະ Greenland ອອກມາແລກປ່ຽນໃນຈຸດເວລາທີ່ເໝາະສົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.