ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ Cebu, ຟີລິບປິນ ເມື່ອເດືອນ 2/2026. (ພາບ: VOV)

ອາຊຽນ ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈເຊິ່ງກັນແລະກັນ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນສາຍພົວພັນລະຫວ່າງບັນດາປະເທດ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງສົນທິສັນຍາເຊັ່ນ: ເຄົາລົບເຊິ່ງກັນ ແລະ ກັນກ່ຽວກັບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສີສັນຊາດ; ສິດຂອງແຕ່ລະປະເທດທີ່ພວມມີຢູ່ ເຊິ່ງບໍ່ມີການແຊກແຊງ, ໂຄ່ນລົ້ມ ຫຼື ການບັງຄັບຈາກພາຍນອກ; ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ; ແກ້ໄຂບັນດາຄວາມແຕກໂຕນກັນ ຫຼື ການແກ້ງແຍ້ງໂດຍສັນຕິວິທີ; ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງປະກອບອາວຸດ ແລະ ບັນດາຝ່າຍມີການຮ່ວມມືຢ່າງມີປະສິດທິຜົນ.

        ບັນດາຫຼັກການດັ່ງກ່າວ ຈະສືບຕໍ່ແນະນຳ ອາຊຽນ ສ້າງ ປະຊາຄົມ ອາຊຽນ ທີ່ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ ແລະ ຖືມະນຸດເປັນໃຈກາງ, ຄືດັ່ງໄດ້ຫັນເປັນລະອຽດໃນວິໄສທັດປະຊາຄົມ ອາຊຽນ ຮອດປີ 2045.

ຟ້າມຮ່າ, ນັກຂ່າວ VOV ປະຈຳ ອິນໂດເນເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.