ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ-ອາ​ເມ​ລິ​ກາ ໄດ້​​ໂອ້​ລົມ​ທາງ​ໂທ​ລະ​ສັບກະ​ກຽມໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຢູ່ Hungary

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ-ອາ​ເມ​ລິ​ກາ ໄດ້​​ໂອ້​ລົມ​ທາງ​ໂທ​ລະ​ສັບກະ​ກຽມໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ຢູ່ Hungary

(VOVWORLD) - ທ່ານ Dmitry Peskov ໂຄສົກວັງ Dmitry Peskov ຢືນຢັນວ່າ ຫຼັກໝັ້ນຂອງ ມົດສະກູ ກ່ຽວກັບບັນຫາ ຢູແກຼນ ແມ່ນ “ສະເໝີຕົ້ນສະເໝີປາຍ ແລະ ໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ”.

(ພາບ: Reuters)

   ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ວັນທີ 20 ຕຸລາ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແໜ່ງ ອາເມລິກາ ທ່ານ Marco Rubio ໄດ້ໂອ້ລົມທາງໂທລະສັບ ປຶກສາຫາລືບັນດາບາດກ້າວເດີນລະອຽດເພື່ອຜັນຂະຫຍາຍບັນດາຄວາມຄວາມເຂົ້າໃຈທີ່ບັນລຸໄດ້ໃນການໂອ້ລົມທາງໂທລະສັບລະຫວ່າງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ເມື່ອວັນທີ 16 ຕຸລາ. ການປຶກສາຫາລືສຸມໃສ່ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລັດເຊຍ-ອາເມລິກາ ຊື່ງຄາດວ່າຈະຈັດຂຶ້ນຢູ່ Budapest- Hungary ໃນເດືອນນີ້ ດ້ວຍໜຶ່ງໃນບັນດາຈຸດສຸມແມ່ນປຶກສາຫາລືກ່ຽວກັບຄວາມສາມາດບັນລຸໄດ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ ແລະ ບັນດາມາດຕະການປັບປຸງການພົວພັນສອງຝ່າຍ.

  ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Dmitry Peskov ຢືນຢັນວ່າ ຫຼັກໝັ້ນຂອງ ມົດສະກູ ກ່ຽວກັບບັນຫາ ຢູແກຼນ ແມ່ນ “ສະເໝີຕົ້ນສະເໝີປາຍ ແລະ ໄດ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງ”, ທ່ານກໍ່ເນັ້ນໜັກວ່າ: ລັດເຊຍ ຍັງຮັກສາທັດສະນະຮັກສາສະພາບເດີມຢູ່ສະໜົມຮົບ ຄືດັ່ງເງື່ອນໄຂເພື່ອກ້າວໄປເຖິງການເຈລະຈາລະອຽດກ່ຽວກັບຂໍ້ຕົກລົງສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.