ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ - ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສອງ​ຝ່າຍ ແລະ ສາ​ກົນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ - ຈີນ ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສອງ​ຝ່າຍ ແລະ ສາ​ກົນ

(VOVWORLD) - ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຈີນ ໄດ້ປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ແລະ ຄວາມສ່ຽງຢູ່ ອາຊີ - ປາຊີຟິກ, ເຕື້ອງເຖິງບັນດາການຜັນແປໃນພາກພື້ນທີ່ກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ, ໂຄງການນິວເຄຼຍຂອງ ອີຣານ…

  ວັນທີ 01 ເມສາ (ຕາມເວລາ ມົດສະກູ), ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ປຶກສາຫາລືກັບຄູ່ຕຳແໜ່ງ ຈີນ ຫວາງອີ, ເຊິ່ງປັດຈຸບັນພວມຢ້ຽມຢາມ ມົດສະກູ ກ່ຽວກັບຫຼາຍບັນຫາໃນການພົວພັນສອງຝ່າຍ ແລະ ບັນຫາສະຖານະນະການການເມືອງໃນປັດຈຸບັນ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບລາຍການພົບປະຂັ້ນສູງ ແລະ ຂັ້ນສຸດຍອດ.

        ໃນແງ່ມູມສາກົນ, ລັດຖະມົນຕີການຕ່າງປະເທດ ລັດເຊຍ ແລະ ຈີນ ໄດ້ປຶກສາຫາລືກ່ຽວກັບຄວາມໝັ້ນຄົງ ແລະ ຄວາມສ່ຽງຢູ່ ອາຊີ - ປາຊີຟິກ, ເຕື້ອງເຖິງບັນດາການຜັນແປໃນພາກພື້ນທີ່ກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ, ໂຄງການນິວເຄຼຍຂອງ ອີຣານ…

        ກ່ຽວກັບບັນຫາ ຢູແກຼນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ໄດ້ເນັ້ນໜັກເຖິງຄວາມຕ້ອງການແກ້ໄຂການປະທະກັນຢູ່ ຢູແກຼນ ຢ່າງເຖິງກົກເຖິງປາຍ, ຄືດັ່ງພື້ນຖານເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບໃນຍາວນານ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.