ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ

(VOVWORLD) - ວັນທີ 15 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ, Sergey Lavrov ໄດ້ດຳເນີນການໂອ້ລົມທາງໂທລະສັບຄັ້ງທຳອິດກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio.

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ, Sergey Lavrov   ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio (ພາບ: ກະຊວງການຕ່າງປະເທດ ລັດເຊຍ)

ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ແລ້ວ, ການໂອ້ລົມທາງໂທລະສັບໄດ້ດຳເນີນຕາມຂໍ້ລິເລີ່ມຂອງຝ່າຍ ອາເມລິກາ ໄດ້ດຳເນີນພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທິບໍດີ ລັດເຊຍ, Vladimir Putin  ແລະ ທ່ານປະທານາທິບໍດີ ອາເມລິກາ, Donald Trump ໃນວັນທີ 12 ກຸມພາ.

ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີການຕ່າງປະເທດ 2 ທ່ານ ໄດ້ເຫັນດີຮັກສາຊ່ອງທາງຕິດຕໍ່ພົວພັນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ລັດເຊຍ - ອາເມລິກາ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໃນການຮ່ວມມືທາງດ້ານການຄ້າ, ເສດຖະກິດ ແລະ ການລົງທຶນ. ສອງຝ່າຍສະແດງຄວາມປາດຖະໜາ ກ່ຽວກັບບັນດາບັນຫາສາກົນທີ່ຕ້ອງແກ້ໄຂຢ່າງຮີບດ່ວນ, ລວມມທັງການແກ້ໄຂສະພາບການຢູ່ ຢູແກຼນ, ບັນຫາ ປາແລັດສະຕິນ, ກໍຄືສະພາບການລວມຢູ່ຕາເວັນອອກກາງ ແລະ ບັນດາພາກພື້ນອື່ນ.

ລັດຖະມົນຕີການຕ່າງປະເທດສອງທ່ານ ກໍໄດ້ປຶກສາຫາລືກ່ຽວກັບບັນດາວິທີການທີ່ມີຄວາມເປັນໄປໄດ້ ແນໃສ່ຢຸດຕິນະໂຍບາຍຮັດແໜ້ນເງື່ອນໄຂການເຄື່ອນໄຫວຂອງບັນດາອົງການການຕ່າງປະເທດ ລັດເຊຍ ປະຈໍາ ອາເມລິກາ, ເຊິ່ງອຳນາດການປົກຄອງຂອງທ່ານອະດີດປະທານາທິບໍດີ ອາເມລິກາ Barack Obama ໄດ້ລິເລີ່ມໃນປີ 2016, ໄດ້ພາໄປເຖິງການຈັດວາງບັນດາມາດຕະການໂຕ້ຕອບຈາກຝ່າຍ ລັດເຊຍ.

ນັກຂ່າວ VOV ປະຈຳ ລັດເຊຍ

This site is protected by reCAPTCHA and the Google Privacy Policy and Terms of Service apply.