ຂ່າວເດັ່ນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergey Lavrov ເຕື້ອງ​ເຖິງ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 2 ກັບ ຢູ​ແກຼນ

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergey Lavrov ເຕື້ອງ​ເຖິງ​ຮອບ​ເຈ​ລະ​ຈາ​ຄັ້ງ​ທີ 2 ກັບ ຢູ​ແກຼນ

(VOVWORLD) - ວັນທີ 23 ພຶດສະພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov ໃຫ້ຮູ້ວ່າ ຈະມີຮອບເຈລະຈາຄັ້ງທີ 2 ກັບ ຢູແກຼນ.

 ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: Reuters)

 ເມື່ອກ່າວຄຳເຫັນໃນກອງປະຊຸມສຸດຍອດ ໄດ້ດຳເນີນຢູ່ ນະຄອນຫຼວງ ມົດສະກູ, ທ່ານ Lavrov ຊີ້ແຈ້ງວ່າ ຝ່າຍ ລັດເຊຍ ສະໜັບສະໜູນວິວັດທະນາການເຈລະຈາ ແລະ ຢັ້ງຢືນຈະມີຮອບເຈລະຈາຕໍ່ໄປໃນໄລຍະຈະມາເຖິງ. ເມື່ອໄດ້ຖາມກ່ຽວກັບວຽກງານກະກຽມບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ຢູແກຼນ ກ່ຽວກັບຂໍ້ຕົກລົງສັນຕິພາບ ແລະ ຢຸດຍິງ, ທ່ານລັດຖະມົນຕີ Sergey Lavrov ໃຫ້ຮູ້ວ່າ ຝ່າຍ ລັດເຊຍ ພວມດຳເນີນວຽກງານຂອງຕົນ ແລະ ບັນລຸໄດ້ໄລຍະໃໝ່, ພ້ອມທັງຢັ້ງຢືນ ຈະມີການມອບ - ຮັບເອກະສານໃຫ້ແກ່ ຢູແກຼນ. ກ່ຽວຂ້ອງເຖິງສະຖານທີ່ຈັດການເຈລະຈາ, ທ່ານລັດຖະມົນຕີ Sergey Lavrov ບໍ່ຢັ້ງຢືນກ່ຽວກັບກໍລະນີ ຫັນ ວາຕີກັງ ກາຍເປັນສະຖານທີ່ຈັດການເຈລະຈາສັນຕິພາບຄັ້ງຕ່າງໆ. ກ່ອນໜ້ານັ້ນ, ອາເມລິກາ, ອີຕາລີ ແລະ ສັນຕະປະປາ ລີໂອ XIV ລ້ວນແຕ່ໃຫ້ຮູ້ວ່າ ວາຕີກັງ ພ້ອມແລ້ວທີ່ຈະຈັດບັນດາການເຈລະຈາສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.