ຂ່າວເດັ່ນ

ລັດ​ຖະ​ມົນ​ຕີກະຊວງ​ການ​ເງິນ ອາ​ເມ​ລິ​ກາ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ດ້ານການ​ຄ້າ​ກັບ ຈີນ

ລັດ​ຖະ​ມົນ​ຕີກະຊວງ​ການ​ເງິນ ອາ​ເມ​ລິ​ກາ ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ການ​ເຈ​ລະ​ຈາ​ດ້ານການ​ຄ້າ​ກັບ ຈີນ

(VOVWORLD) - ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍກໍ່ພວມຈັດຕັ້ງບັນດາການເຈລະຈາຂັ້ນເຮັດວຽກຢູ່ນອກບັນດາກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ.

ຕູ້ ຄອນແຕນເນີ ສິນຄ້າຂອງ ບໍລິສັດຂົນສົ່ງ ຈີນ COSCO  ຢູ່ ທ່າກຳປັ່ນ Long Beach, ອາເມລິກາ
(ພາບ:  THX/TTXVN)

ປັດຈຸບັນ, ອາເມລິກາ ແລະ ຈີນ ພວມປຶກສາຫາລືລະດັບສູງສຸດ ແລະ ມີການພົບປະຫຼາຍຄັ້ງລະຫວ່າງສອງຝ່າຍ ທີ່ກ່ຽວຂ້ອງເຖິງດ້ານການຄ້າສອງຝ່າຍ. ນີ້ແມ່ນຖະແຫຼງການໂດຍທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ຍົກອອກມາໃນວັນທີ 15 ຕຸລາ, ໃນສະພາບຄວາມເຄັ່ງຕຶງໃໝ່ເພີ່ມຂຶ້ນ ລະຫວ່າງສອງພື້ນຖານເສດຖະກິດທີ່ກ່ຽວຂ້ອງເຖິງການສົ່ງອອກດິນຫາຍາກ. ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍກໍ່ພວມຈັດຕັ້ງບັນດາການເຈລະຈາຂັ້ນເຮັດວຽກຢູ່ນອກບັນດາກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ. ທ່ານກໍ່ໃສ່ໃຈວ່າ ທ່ານປະທານາທິບໍດີ ອາເມລິກາ ຍັງມີແຜນການພົບປະກັບທ່ານສີຈິ້ນຜິງ ປະທານປະເທດ ຈີນ ໃນອະນາຄົດໃກ້ໆນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.