ຂ່າວເດັ່ນ

ລັດເຊຍ - ອາເມລິກາ ຮັກສາການພົບປະ, ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ ຢູແກຼນ

ລັດເຊຍ - ອາເມລິກາ ຮັກສາການພົບປະ, ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ ຢູແກຼນ

(VOVWORLD) - ບັນດາຝ່າຍລ້ວນແຕ່ຢັ້ງຢືນ ຈໍາເປັນຕ້ອງສືບຕໍ່ຊອກຫາເສັ້ນທາງເຈລະຈາ, ພ້ອມດຽວກັນນັ້ນ ຕ້ອງສັງເກດຢ່າງກົງໄກກົງມາເຂົ້າກົກປາຍສາຍເຫດຂອງການປະທະກັນ, ເພາະວ່າ ນີ້ແມ່ນປັດໄຈແກ່ນສານເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ.

ວັນທີ 29 ກັນຍາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ບັນດາການພົບປະຫວ່າງມໍ່ໆມານີ້ລະຫວ່າງ ລັດເຊຍ ແລະ ອາເມລິກາ, ທັງຢູ່ຂັ້ນປະມຸກລັດ ຕະຫຼອດຮອດລັດຖະມົນຕີການຕ່າງປະເທດ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄໍາໝັ້ນສັນຍາມຸ່ງໄປເຖິງມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.

        ທ່ານນາງ Maria Zakharova ເນັ້ນໜັກວ່າ ບັນດາຝ່າຍລ້ວນແຕ່ຢັ້ງຢືນ ຈໍາເປັນຕ້ອງສືບຕໍ່ຊອກຫາເສັ້ນທາງເຈລະຈາ, ພ້ອມດຽວກັນນັ້ນ ຕ້ອງສັງເກດຢ່າງກົງໄກກົງມາເຂົ້າກົກປາຍສາຍເຫດຂອງການປະທະກັນ, ເພາະວ່າ ນີ້ແມ່ນປັດໄຈແກ່ນສານເພື່ອບັນລຸໄດ້ສັນຕິພາບແບບຍືນຍົງ.

        ໃນບົດກ່າວຄໍາເຫັນຕໍ່ວົງການການນໍາການທະຫານຢູ່ລັດ Virginia  ໃນວັນທີ 24 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donal Trump ສືບຕໍ່ຮຽກຮ້ອງຈັດການພົບປະໂດຍກົງລະຫວ່າງທ່ານປະທານາທິບໍດີ ລັດເຊຍ ແລະ ບັນດາການນໍາ ຢູແກຼນ. ທ່ານປະທານາທິບໍດີ Donal Trump ເຊື່ອໝັ້ນວ່າ ວິກິດການ ຢູແກຼນ ອາດຈະໄດ້ຮັບການແກ້ໄຂໃນອະນາຄົດໃກ້ໆນີ້.

        ໃນຂະນະນັ້ນ, ລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ຍັງຮັກສາທັດສະນະກຽມພ້ອມເຈລະຈາ.

ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈໍາ ລັດເຊຍ

 


This site is protected by reCAPTCHA and the Google Privacy Policy and Terms of Service apply.