ຂ່າວເດັ່ນ

ລັດເຊຍ ແລະ ຢູແກຼນ ຈະເຊື່ອມຕໍ່ການເຈລະຈາຢູ່ ເຊີແນວ

ລັດເຊຍ ແລະ ຢູແກຼນ ຈະເຊື່ອມຕໍ່ການເຈລະຈາຢູ່ ເຊີແນວ

(VOVWORLD) - ນີ້ແມ່ນຄວາມມານະພະຍາຍາມຕໍ່ໄປໃນວິວັດທະນາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີຜ່ານມາ.

ລັດເຊຍ ແລະ ຢູແກຼນ ຈະດຳເນີນການເຈລະຈາຮອບໃໝ່ຢູ່ ເຊີແນວ, ປະເທດ ສະວິດ ໃນລະຫວ່າງວັນທີ 17 – 18 ກຸມພາ. ຕາມແຈ້ງການຂອງທັງ 2 ຝ່າຍໃນວັນທີ 13 ກຸມພາ, ນີ້ແມ່ນຄວາມມານະພະຍາຍາມຕໍ່ໄປໃນວິວັດທະນາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີຜ່ານມາ.

ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ຮອບເຈລະຈາຄັ້ງຕໍ່ໄປ ຈະດຳເນີນໄປຕາມກົນໄກ 3 ຝ່າຍ ລັດເຊຍ - ອາເມລິກາ - ຢູແກຼນ. ຫຼັງຈາກນັ້ນ ຜູ້ຊ່ວຍວຽກຂອງ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ກໍ່ຢັ້ງຢືນວ່າ ຄະນະຜູ້ແທນ ກີແອັບ ພວມກະກຽມໃຫ້ແກ່ການເຈລະຈາໃນອາທິດຈະມາເຖິງ.

ວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ ຮອບເຈລະຈາຄັ້ງນີ້ຈະແມ່ນສິ່ງທົດລອງສຳຄັນສຳລັບຄວາມມານະພະຍາຍາມເປັນກາງໄກເກ່ຍຕໍ່ໄປຂອງ ວໍຊິງຕັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.