ຂ່າວເດັ່ນ

ລັດເຊຍ ແລະ ຢູແກຼນ ເລີ່ມຕົ້ນແລກປ່ຽນສະເລີຍເສິກ ຄັ້ງທຳອິດພາຍຫລັງຂໍ້ຕົກລົງຢູ່ Istanbul

ລັດເຊຍ ແລະ ຢູແກຼນ ເລີ່ມຕົ້ນແລກປ່ຽນສະເລີຍເສິກ ຄັ້ງທຳອິດພາຍຫລັງຂໍ້ຕົກລົງຢູ່ Istanbul

(VOVWORLD) -ວັນທີ 9 ມິຖຸນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ລັດເຊຍ ແລະ ຢູແກຼນ ໄດ້ດຳເນີນການແລກປ່ຽນສະເລີຍເສິກຄັ້ງທຳອິດ ຕາມຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດຮອບເຈລະຈາສັນຕິພາບຢູ່ Istanbul ປະເທດ ຕວກກີ.

ບັນດາສະເລີຍເສິກ ຢູແກຼນ ຢູ່ ລົດເມ ເມື່ອເຂົາເຈົ້າກັບຄືນເມືອພາຍຫລັງການແລກປ່ຽນ ເມື່ອວັນທີ 09/6/2025 (ພາບ:REUTERS/Valentyn Ogirenko)

ກຸ່ມພົນທະຫານ ທຳອິດ ໂດຍ ຢູແກຼນ ແລກປ່ຽນ ແມ່ນບັນດາພົນທະຫານມີອາຍຸຕ່ຳກວ່າ 25 ປີ ປະຈຸບັນ ໄດ້ສົ່ງກັບເມືອເຂດດິນແດນ Belarus ເພື່ອຮັບເອົາການຫນູນຊ່ວຍທາງການແພດ ທີ່ຈຳເປັນ. ໃນຂະນະນັ້ນ ລັດເຊຍ ກໍ່ແລກປ່ຽນຈຳນວນສະເລີຍເສິກຢູແກຼນ ທຽບເທົ່າກັນ. ເຖິງຢ່າງໃດກໍຕາມ ສອງຝ່າຍ ບໍ່ເຜີຍຕົວເລກລະອຽດ

ໃນວັນດຽວກັນ, ວັງ Kremlin ຢືນຢັນ ມົດສະກູ ສືບຕໍ່ ປະຕິບັດຕາມບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ໃນຂອບເຂດບັນດາການເຈລະຈາສັນຕິພາບ. ໂຄສົກ ວັງ Kremlin , ທ່ານ Dmitry Peskov ຢືນຢັນ: ລັດເຊຍ ຍາມໃດກໍ່ປະຕິບັດຢ່າງເຂັ້ມງວດບັັນດາຂໍ້ຕົກລົງທີ່ໄດ້ລົງນາມ, ໃນນັ້ນ ມີບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການແລກປ່ຽນສະເລີຍເສິກ ຊື່ງໄດ້ຕົກລົງເຫັນດີໃນຮອບເຈລະຈາຢູ່ Istanbul. ໃນຂະນະນັ້ນ ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ຢັ້ງຢືນວ່າ ການແລກປ່ຽນສະເລີຍເສິກ ກັບລັດເຊຍ ພວມດຳເນີນ ແລະ ການເຄື່ອນໄຫວນີ້ ຈະໄດ້ຮັບການປະຕິບັດຕາມຫລາຍໄລຍະໃນ “ຊຸມມື້ຈະມາເຖິງ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.