ຂ່າວເດັ່ນ

ລັດເຊຍ ຕິດຕໍ່ກັບ ອິດສະຣາແອັນ ແລະ ອີຣານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ

ລັດເຊຍ ຕິດຕໍ່ກັບ ອິດສະຣາແອັນ ແລະ ອີຣານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຕາເວັນອອກກາງ

(VOVWORLD) - ການນຳ ລັດເຊຍ ໄດ້ຍົກອອກທິດທາງພື້ນຖານ ສະໜັບສະໜູນເລື່ອງເພີ່ມທະວີບັນດາຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພື່ອຮັບປະກັນຄວາມສະຖຽນລະພາບ

ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ
(ພາບ: Sputnik/Mikhail Metzel/REUTERS)

ວັນທີ 16 ມັງກອນ, ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ໄດ້ມີການໂອ້ລົມທາງໂທລະສັບສະເພາະກັບທ່ານ Benjamin Netanyahu, ນາຍົກລັດຖະມົນຕີ ອິດສະຣາແອັນ ແລະ ທ່ານ Masoud Pezeshkian, ປະທານາທິບໍດິ ອີຣານ.

ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ Benjamin Netanyahu, ການນຳ ລັດເຊຍ ໄດ້ຍົກອອກທິດທາງພື້ນຖານ ສະໜັບສະໜູນເລື່ອງເພີ່ມທະວີບັນດາຄວາມມານະພະຍາຍາມດ້ານການເມືອງ ແລະ ການທູດ ເພື່ອຮັບປະກັນຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ; ພ້ອມກັນນັ້ນ ກໍ່ຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະເປັນກາງໄກເກ່ຍ ແລະ ຊຸກຍູ້ການໂອ້ລົມເຈລະຈາ ທີ່ມີລັກສະນະສ້າງສັນກັບທຸກປະເທດທີ່ກ່ຽວຂ້ອງ. ໃນວັນດຽວກັນ, ທ່ານ Dmitry Peskov, ໂຄສົກວັງ Kremlin, ໃຫ້ຮູ້ວ່າ ຈະແຈ້ງໝາກຜົນການໂອ້ລົມທາງໂທລະສັບລະຫວ່າງປະທານາທິບໍດີ ລັດເຊຍ ແລະ ຄູ່ຕຳແໜ່ງ ອີຣານ ໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.