ຂ່າວເດັ່ນ

ລັດເຊຍ ຕີລາຄາວ່າ ຍັງບໍ່ທັນມີເງື່ອນໄຂຢ່າງພຽງພໍເພື່ອຈັດກອງປະຊຸມສຸດຍອດ ລັດເຊຍ - ຢູແກຼນ

ລັດເຊຍ ຕີລາຄາວ່າ ຍັງບໍ່ທັນມີເງື່ອນໄຂຢ່າງພຽງພໍເພື່ອຈັດກອງປະຊຸມສຸດຍອດ ລັດເຊຍ - ຢູແກຼນ

(VOVWORLD) - ທາງເລືອກທີ່ດີທີ່ສຸດເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແມ່ນອີງໃສ່ບັນດາວາລະປຶກສາຫາລືລະຫວ່າງ ລັດເຊຍ ແລະ ຢູແກຼນ ທີ່ຈັດຂຶ້ນກ່ອນໜ້ານັ້ນ ໃນເດືອນ ມີນາ 2022 ຢູ່ ອິດສະຕານບູນ

ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ພ້ອມແລ້ວທີ່ຈະຈັດກອງປະຊຸມສຸດຍອດກັບຄູ່ຕຳແໜ່ງ ຢູແກຼນ ທ່ານ Volodymyr Zelenskiy ແຕ່ບັນດາເງື່ອນໄຂໃນປະຈຸບັນຍັງບໍ່ທັນພຽງພໍຢູ່. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃນການຕອບສຳພາດຕໍ່ຊ່ອງໂທລະພາບ NBC (ອາເມລິກາ), ໃນວັນທີ 22 ສິງຫາ.

ກ່າວຄຳເຫັນທີ່ “ການພົບປະກັບສື່ມວນຊົນ” ໃນຊ່ອງໂທລະພາບ NBC, ທ່ານ Sergei Lavrov ກໍ່ໃຫ້ຮູ້ວ່າ, ທາງເລືອກທີ່ດີທີ່ສຸດເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ແມ່ນອີງໃສ່ບັນດາວາລະປຶກສາຫາລືລະຫວ່າງ ລັດເຊຍ ແລະ ຢູແກຼນ ທີ່ຈັດຂຶ້ນກ່ອນໜ້ານັ້ນ ໃນເດືອນ ມີນາ 2022 ຢູ່ ອິດສະຕານບູນ, ຕວກກີ ແລະ ບໍ່ວ່າຄວາມມານະພະຍາຍາມໃດທີ່ໄປຜິດດ່ຽງອອກຈາກຂອບເຂດວາລະປຶກສາຫາລືດັ່ງກ່າວ ແມ່ນຍາກທີ່ຈະບັນລຸໝາກຜົນໄດ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.