ຂ່າວເດັ່ນ

ລັດເຊຍ ຍອມຮັບຂໍ້ສະເໜີຈຳນວນໜຶ່ງຂອງ ອາເມລິກາ ກ່ຽວກັບ ຢູແກຼນ

ລັດເຊຍ ຍອມຮັບຂໍ້ສະເໜີຈຳນວນໜຶ່ງຂອງ ອາເມລິກາ ກ່ຽວກັບ ຢູແກຼນ

(VOVWORLD) - ທ່ານ Dmitry Peskov ໃສ່ໃຈວ່າ ບໍ່ຄວນເຂົ້າໃຈວ່າ ທ່ານປະທານາທິບໍດີ Vladimir Putin ປະຕິເສດບັນດາຂໍ້ສະເໜີຂອງ ອາເມລິກາ

        ວັນທີ 03 ທັນວາ, ວັງ Kremlin ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີຕໍ່ຂໍ້ສະເໜີຈຳນວນໜຶ່ງຂອງ ອາເມລິກາ ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຢູແກຼນ. ນອກນັ້ນ, ລັດເຊຍ ກໍ່ພ້ອມແລ້ວທີ່ຈະພົບປະກັບບັນດານັກເຈລະຈາ ອາເມລິກາ ຫຼາຍຄັ້ງຖ້າມີຄວາມຈຳເປັນ, ເພື່ອບັນລຸໄດ້ຂໍ້ຕົກລົງ.

        ຕາມສຳນັກຂ່າວສານ RIA Novosti, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ Vladimir Putin ກັບ ທ່ານ Steve Witkoff ແລະ ທ່ານ Jared Kushner  ທູດພິເສດຂອງປະທານາທິບໍດີ ອາເມລິກາ ຢູ່ ມົດສະກູ. ທ່ານ Dmitry Peskov ໃສ່ໃຈວ່າ ບໍ່ຄວນເຂົ້າໃຈວ່າ ທ່ານປະທານາທິບໍດີ Vladimir Putin ປະຕິເສດບັນດາຂໍ້ສະເໜີຂອງ ອາເມລິກາ, ຍ້ອນນີ້ຫາກໍແມ່ນການແລກປ່ຽນໂດຍກົງຄັ້ງທຳອິດກ່ຽວກັບບັນດາຂໍ້ສະເໜີນັ້ນ. ຕາມທ່ານແລ້ວ, ທ່ານປະທານາທິບໍດີ Vladimir Putin ໄດ້ຍອມຮົບເອົາບາງຈຸດ ແລະ ປະຕິເສດບາງຈຸດອື່ນ, ກໍ່ຄ້າຍຄືກັນກັບທຸກວິວັດທະນາການເຈລະຈາປົກກະຕິ.

This site is protected by reCAPTCHA and the Google Privacy Policy and Terms of Service apply.