ຂ່າວເດັ່ນ

ລັດເຊຍ ພ້ອມແລ້ວຈະແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງດານທູດ

ລັດເຊຍ ພ້ອມແລ້ວຈະແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງດານທູດ

(VOVWORLD) - ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ຍັງບໍ່ທັນໄດ້ຮັບການຕອບຄືນຈາກຝ່າຍ ຢູແກຼນ.

ທ່ານ Dmitry Peskovໂຄສົກວັງ Kremlin
(ພາບ: Alexander Zemlianichenko/Pool via REUTERS)

        ວັນທີ 31 ສິງຫາ, ໂຄສົກວັງ Kremlin, ທ່ານ Dmitry Peskov, ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວຈະແກ້ໄຂການປະທະກັນຢູ່ ຢູແກຼນ ດ້ວຍມາດຕະການແກ້ໄຂດ້ານການເມືອງ ແລະ ການທູດ.

        ເຖິງຢ່າງໃດກໍ່ຕາມ, ຕາມທ່ານ Dmitry Peskov ແລ້ວ, ລັດເຊຍ ຍັງບໍ່ທັນໄດ້ຮັບການຕອບຄືນຈາກຝ່າຍ ຢູແກຼນ. ທ່ານໃຫ້ຮູ້ວ່າ, ລັດເຊຍ ຂອບໃຈທ່ານປະທານາທິບໍດີ ອາເມລິກາ Donald Trump, ຍ້ອນບັນດາຄວາມມານະພະຍາຍາມຂອງທ່ານ ແນໃສ່ແກ້ໄຂການປະທະກັນຢູ່ ຢູແກຼນ ຜ່ານທາງການທູດ. ທ່ານກໍ່ໃຫ້ຮູ້ວ່າ, ບັນດາປະເທດສະຫະພາບ ເອີລົບ (ອີຢູ) ພວມກີດຂວາງຄວາມມານະພະຍາຍາມຂອງ ອາເມລິກາ ເພື່ອບັນລຸມາດຕະການແກ້ໄຂໂດຍສັນຕິວີທີໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.