ຂ່າວເດັ່ນ

ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືແຜນການຂອງ ອາເມລິກາ ກ່ຽວກັບການຢຸດຕິການປະທະກັນກັບ ຢູແກຼນ

ລັດເຊຍ ພ້ອມແລ້ວທີ່ຈະປຶກສາຫາລືແຜນການຂອງ ອາເມລິກາ ກ່ຽວກັບການຢຸດຕິການປະທະກັນກັບ ຢູແກຼນ

(VOVWORLD) - ທ່ານ Sergey Lavrov ກໍ່ຖະແຫຼງວ່າ ລັດເຊຍ ຕີລາຄາສູງຫຼັກໝັ້ນຂອງ ອາເມລິກາ ໃນເລື່ອງຕັ້ງໜ້າຊຸກຍູ້ ແລະ ເປັນເຈົ້າການຊອກຫາມາດຕະການແກ້ໄຂບັນຫາ ຢູແກຼນ.

        ວັນທີ 25 ພະຈິກ, ທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ຮັບແຜນການສັນຕິພາບ 28 ຈຸດ ໂດຍທ່ານ Donald Trump, ປະທານາທິບໍດີ ອາເມລິກາ ສະເໜີ ເພື່ອແນໃສ່ຢຸດຕິການປະທະກັນກັບ ຢູແກຼນ ແລະ ພ້ອມແລ້ວທີ່ຈະແລກປ່ຽນກ່ຽວກັບເນື້ອໃນດັ່ງກ່າວ. ນອກນັ້ນ, ທ່ານ Sergey Lavrov ກໍ່ຖະແຫຼງວ່າ ລັດເຊຍ ຕີລາຄາສູງຫຼັກໝັ້ນຂອງ ອາເມລິກາ ໃນເລື່ອງຕັ້ງໜ້າຊຸກຍູ້ ແລະ ເປັນເຈົ້າການຊອກຫາມາດຕະການແກ້ໄຂບັນຫາ ຢູແກຼນ.

        ທ່ານ Sergey Lavrov ໄດ້ຍົກອອກຄຳກ່າວປາໄສດັ່ງກ່າວທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງດຳເນີນກອງປະຊຸມຮ່ວມກັບເຈົ້າໜ້າທີ່ການຕ່າງປະເທດ ເບລາຣຸດ ຢູ່ນະຄອນຫຼວງ ມົດສະກູ. ທ່ານຊີ້ແຈ້ງວ່າ ຝ່າຍ ລັດເຊຍ ໄດ້ຮັບແຜນການດັ່ງກ່າວຜ່ານບັນດາຊ່ອງບໍ່ເປັນທາງການ ແລະ ມົດສະກູ “ພ້ອມແລ້ວທີ່ຈະປຶກສາຫາລືເນື້ອໃນຂອງແຜນການ ຍ້ອນມີບາງຈຸດຕ້ອງເຮັດແຈ້ງ”. ມົດສະກູ ຫວັງວ່າ ວໍຊິງເຕັນ ຈະແຈ້ງແຜນການທີ່ໄດ້ເປັນເອກະພາບກັບບັນດາປະເທດສຳພັນທະມິດ ເອີລົບ ແລະ ຢູແກຼນ ຢ່າງເປັນທາງການ.

This site is protected by reCAPTCHA and the Google Privacy Policy and Terms of Service apply.