ຂ່າວເດັ່ນ

ລັດຖະບານ​ຫວຽດນາມ ໜູນຊ່ວຍອຸປະກອນ​ການ​ແພດ​ໃຫ້​ແກ່ ​ລັດຖະບານ ລາວ ​ແລະ ກໍາປູ​ເຈຍ

ລັດຖະບານ​ຫວຽດນາມ ໜູນຊ່ວຍອຸປະກອນ​ການ​ແພດ​ໃຫ້​ແກ່ ​ລັດຖະບານ ລາວ ​ແລະ ກໍາປູ​ເຈຍ

(VOVWORLD) - ຕອນບ່າຍວັນທີ 26 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ກ່ຽວກັບການສົມທົບລະຫວ່າງຫວຽດນາມ ກັບ ລາວ ແລະ ກໍາປູເຈຍ ໃນການຮັບມືກັບໂລກລະບາດ ໂຄວິດ - 19.


        ໃນການໂອ້ລົມສົນທະນາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານລາວ ໃນການຜັນຂະຫຍາຍບັນດາມາດຕະການສະກັດກັ້ນໂລກລະບາດໂຄວິດ - 19; ພ້ອມທັງເນັ້ນໜັກວ່າ ບົນເນື້ອໃນຈິດໃຈສາຍພົວພັນແບບພິເສດ ແລະ ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ, ຫວຽດນາມ ພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ, ແບ່ງປັນ ແລະ ຄຽງບ່າຄຽງໄລ່ກັບ ລາວ ໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວ ເພື່ອໃຫ້ສອງປະເທດມີສະພາບການເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ມຸ່ງໄປສູ່ກອງປະຊຸມໃຫຍ່ ພັກຂອງແຕ່ລະປະເທດໃນຕົ້ນປີ 2021. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ກໍ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມ ແລະ ຜົນສໍາເລັດຂອງຫວຽດນາມໃນວຽກງານປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໂລກລະບາດໂຄວິດ - 19 ແລະ ປາດຖະໜາວ່າ ສອງປະເທດຈະເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບ ແລະ ໜູນຊ່ວຍເຊ່ິງກັນແລະກັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍສະເໜີໃຫ້ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານລາວ ສືບຕໍ່ເອື້ອອໍານວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສ ຢູ່ລາວ ໃຫ້ມີຄວາມອຸ່ນອ່ຽນໃຈ, ມີຊີວິດເປັນປົກກະຕິ ແລະ ໄດ້ເຂົ້າເຖິງບັນດາເງື່ອນໄຂຈໍາເປັນເພື່ອປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19; ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນການຮັກສາສະຖຽນລະພາບ, ຄວາມສະຫງົບ - ສັງຄົມ, ໂດຍສະເພາະແມ່ນຢູ່ບັນດາແຂວງເຂດຊາຍແດນ.

ນາຍົກລັດຖະມົນຕີສອງທ່ານ ກໍເຫັນດີເປັນເອກະພາບໂດຍຖືວ່າ ໃນສະພາບການປັດຈຸບັນ, ສອງຝ່າຍຍິ່ງຕ້ອງເອົາໃຈໃສ່ເຖິງການຮັກສາທ່ວງທ່າພັດທະນາການຮ່ວມມືສອງຝ່າຍ, ພິເສດແມ່ນເອົາໃຈໃສ່ເຖິງການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆ ທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 42 ຄະນະກໍາມະການລະຫວ່າງລັດຖະບານ ໃຫ້ມີປະສິດທິຜົນ; ສືບຕໍ່ສ້າງເງື່ອນໄຂໃຫ້ສິນຄ້າສອງປະເທດໄດ້ຈະລາຈອນ; ມານະພະຍາຍາມຮັກສາລະດັບການເຕີບໂຕການຄ້າ, ການລົງທຶນ ດ້ວຍບັນດາມາດຕະການທີ່ມີໄຫວພິບ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen (ພາບ: congthuong.vn)

  ໃນການໂອ້ລົມສົນທະນາທາງໂທລະສັບກັບນາຍົກລັດຖະມົນຕີລາວ ແລະ ກໍາປູເຈຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ເນັ້ນໜັກເຖິງການສົມທົບ ແລະ ການໜູນຊ່ວຍເຊິ່ງກັນແລະກັນ ລະຫວ່າງບັນດາປະເທດໃນສະພາບເກີດໂລກລະບາດໂຄວິດ - 19  ແມ່ນມີຄວາມຈໍາເປັນ ແລະ ມີຄວາມໝາຍ. ບົນຈິດໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບວ່າ ລັດຖະບານຫວຽດນາມ ຕົກລົງໜູນຊ່ວຍລັດຖະບານ ລາວ ແລະ ລັດຖະບານກໍາປູເຈຍ ບັນດາອຸປະກອນການແພດທີ່ຈໍາເປັນ ດ້ວຍມູນຄ່າ 100.000 USD ໃຫ້ແກ່ແຕ່ລະປະເທດ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົ່ງຜູ້ຊ່ຽວຊານທາງດ້ານສາທາລະນະສຸກໄປໜູນຊ່ວຍລາວ ແລະ ກໍາປູເຈຍ ແລະ ແບ່ງປັນບົດຮຽນໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ.

        ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen ລ້ວນແຕ່ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ແບ່ງປັນ, ໜູນຊ່ວຍອຸປະກອນການແພດໃຫ້ແຕ່ລະປະເທດ ແລະ ຢັ້ງຢືນວ່າ ນີ້ແມ່ນຂອງຂວັນມີຄວາມໝາຍຍິ່ງ ໃນສະພາບຫຍຸ້ງຍາກຄືປັດຈຸບັນ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.