ຂ່າວເດັ່ນ

ລັດຖະມົນຕີການຕ່າງປະເທດ ອີຣານ ໄປຍັງ ສະວິດ ກະກຽມການເຈລະຈາຮອບໃໝ່ກັບ ອາເມລິກາ

ລັດຖະມົນຕີການຕ່າງປະເທດ ອີຣານ ໄປຍັງ ສະວິດ ກະກຽມການເຈລະຈາຮອບໃໝ່ກັບ ອາເມລິກາ

(VOVWORLD) - ໂອມານ ຈະສືບຕໍ່ເປັນກາງໄກ່ເກ່ຍຮອບເຈລະຈາຢູ່ນະຄອນ ເຊີແນວ, ປະເທດ ສະວິດ, ຄ້າຍຄືກັນກັບຮອບເຈລະຈາຄັ້ງທີ 1 ທີ່ຈັດຂຶ້ນໃນວັນທີ 06 ກຸມພາ.

ວັນທີ 15 ກຸມພາ, ກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານ Seyed Abbas Araghchi, ລັດຖະມົນຕີການຕ່າງປະເທດ ໄດ້ເດີນທາງໄປ ສະວິດ ເພື່ອກະກຽມໃຫ້ການການເຈລະຈານິວເຄຼຍແບບທາງອ້ອມທີ 2 ກັບ ອາເມລິກາ. ຮອບເຈລະຈາຈະເລີ່ມດຳເນີນແຕ່ວັນທີ 18 ກຸມພາ, ພາຍຫຼັງເກືອບ 2 ອາທິດທີ່ດຳເນີນຮອບປຶກສາຫາລືທີ່ແກ່ຍາວເປັນເວລາ 1 ມື້ຢູ່ ໂອມານ ແຕ່ບໍ່ບັນລຸຂໍ້ຕົກລົງລະອຽດໃດໆ.

ໂອມານ ຈະສືບຕໍ່ເປັນກາງໄກ່ເກ່ຍຮອບເຈລະຈາຢູ່ນະຄອນ ເຊີແນວ, ປະເທດ ສະວິດ, ຄ້າຍຄືກັນກັບຮອບເຈລະຈາຄັ້ງທີ 1 ທີ່ຈັດຂຶ້ນໃນວັນທີ 06 ກຸມພາ. ທ່ານລັດຖະມົນຕີ Seyed Abbas Araghchi  ຈະມີບັນດາການປຶກສາຫາລືສະເພາະກັບທ່ານລັດຖະມົນຕີການຕ່າງປະເທດປະເທດເຈົ້າພາບ ແລະ ທ່ານ Rafael Grossi, ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA), ພ້ອມກັບເຈົ້າໜ້າທີ່ສາກົນຈຳນວນໜຶ່ງອີກ. ເຖິງຢ່າງໃດກໍ່ຕາມ, ແຈ້ງການຂອງກະຊວງການຕ່າງປະເທດ ອີຣານ ບໍ່ເຕື້ອງເຖິງເນື້ອໃນການປຶກສາຫາລື ກໍຄືຂອບເວລາຂອງການເຈລະຈາຢູ່ ສະວິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.