ຂ່າວເດັ່ນ

ລັດຖະມົນຕີກະຊວງສົງຄາມ ອາເມລິກາ ຮຽກໂຮມກອງປະຊຸມວິສາມັນບັນດານາຍທະຫານຂັ້ນສູງ

ລັດຖະມົນຕີກະຊວງສົງຄາມ ອາເມລິກາ ຮຽກໂຮມກອງປະຊຸມວິສາມັນບັນດານາຍທະຫານຂັ້ນສູງ

(VOVWORLD) - ມີຫຼາຍແຫຼ່ງຂ່າວໃຫ້ຮູ້ວ່າ ຈຸດສຸມຂອງການແລກປ່ຽນຄາດວ່າຈະແມ່ນ “ຈິດໃຈທະຫານ"

ຄາດວ່າ, ວັນທີ 30 ກັນຍາ, ທ່ານລັດຖະມົນຕີກະຊວງສົງຄາມ ອາເມລິກາ Pete Hegseth ຈະມີການພົບປະແບບວິສາມັນກັບນາຍທະຫານນັບຮ້ອຍຄົນຢູ່ ລັດ Virginia. ນີ້ໄດ້ຮັບຖືວ່າແມ່ນການກະທຳທີ່ຫາຍາກ ເພື່ອ “ກຳນົດຮູບແບບ” ກອງທັບ ອາເມລິກາ ຄືນໃໝ່. ທ່ານໄດ້ຮຽກໂຮມນາຍທະຫານຂັ້ນສູງຂອງ ອາເມລິກາ ທັງໝົດໄປຍັງເຂດຕັ້ງທັບ Quantico, ຂຶ້ນກັບລັດ Virginia. ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຈະເຂົ້າຮ່ວມກອງປະຊຸມຄັ້ງນີ້.

ເຖິງວ່າກະຊວງສົງຄາມ ອາເມລິກາ ຍັງບໍ່ທັນປະກາດໂຄງການດຳເນີນງານຂອງກອງປະຊຸມເທື່ອ, ແຕ່ມີຫຼາຍແຫຼ່ງຂ່າວໃຫ້ຮູ້ວ່າ ຈຸດສຸມຂອງການແລກປ່ຽນຄາດວ່າຈະແມ່ນ “ຈິດໃຈທະຫານ". ນອກນັ້ນ, ກອງປະຊຸມອາດສາມາດເຕື້ອງເຖິງ 2 ຫົວເລື່ອງ: ຍຸດທະສາດການປ້ອງກັນຊາດທີ່ໃກ້ຈະປະກາດ ແລະ ຄວາມອາດສາມາດທີ່ຈະຫຼຸດຈຳນວນນາຍທະຫານ ຫຼື ໂຮມເຂົ້າເປັນກອງບັນຊາການຈຳນວນໜຶ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.