ຂ່າວເດັ່ນ

ລີບີ ປາດຖະໜາຢາກປັບປຸງ ແລະ ພັດທະນາການພົວພັນຮ່ວມມືກັບ ຫວຽດນາມ

ລີບີ ປາດຖະໜາຢາກປັບປຸງ ແລະ ພັດທະນາການພົວພັນຮ່ວມມືກັບ ຫວຽດນາມ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ສະເໜີໃຫ້ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດການຮ່ວມມື ອາຊຽນ

ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ລີບີ  ແລະ ທ່ານ Muhmamad Al-Menfi, ປະທານສະພາປະທານາທິບໍດີ ລີບີ
(ພາບ: ສະຖານທູດ ຫວຽດນາມ ປະຈຳ ອີຢິບ)

ວັນທີ 17 ມັງກອນ, ຢູ່ນະຄອນຫຼວງ Tripoli, ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ລີບີ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ ຕໍ່ທ່ານ Muhmamad Al-Menfi, ປະທານສະພາປະທານາທິບໍດີ ລີບີ. ກ່າວຄຳເຫັນພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ ສະເໜີໃຫ້ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດການຮ່ວມມື ອາຊຽນ, ພ້ອມກັນນັ້ນກໍ່ເປີດກວ້າງການຮ່ວມມື 2 ຝ່າຍໃນໄລຍະຈະມາເຖິງ.

ສ່ວນທ່ານ Muhmamad Al-Menfi ເນັ້ນໜັກວ່າ ລີບີ ຍາມໃດກໍ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ ລີບີ. ພິເສດ, ລີບີ ປາດຖະໜາຢາກໃຫ້ ຫວຽດນາມ ໜູນຊ່ວຍ ແລະ ແບ່ງປັນບົດຮຽນກ່ຽວກັບການສ້າງສາປະເທດຊາດຄືນໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.