ຂ່າວເດັ່ນ

ລົງ​ມື​ກໍ່​ສ້າງ​ໂຮງຮຽນ​ມັດ​ທະ​ຍົມ​ວິ​ຊາ​ຊີບຕົວ​ແບບ​ມິດ​ຕະ​ພາບ​ ລາວ-ຫວຽດ​ນາມ

ລົງ​ມື​ກໍ່​ສ້າງ​ໂຮງຮຽນ​ມັດ​ທະ​ຍົມ​ວິ​ຊາ​ຊີບຕົວ​ແບບ​ມິດ​ຕະ​ພາບ​ ລາວ-ຫວຽດ​ນາມ

(VOVWORLD) -ວັນທີ 05 ມັງກອນ, ຢູ່ເມືອງໜອງບົກ, ແຂວງຄຳມ່ວນ, ພາກກາງຂອງລາວ, ໄດ້ເລີ່ມລົງມືກໍ່ສ້າງ ໂຮງຮຽນມັດທະຍົມວິຊາຊີບຕົວແບບມິດຕະພາບ ລາວ-ຫວຽດນາມ ທີ່ມີມູນຄ່າ 5 ລ້ານ USD, ເຊິ່ງແມ່ນຂອງຂວັນຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ ຊຶ່ງໄດ້ມອບໃຫ້ຝ່າຍລາວໃນຂອບເຂດການຢ້ຽມຢາມສັນຖະໄມຕີລາວ ຢ່າງເປັນທາງການຂອງທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃນເດືອນ ສິງຫາ 2021.

ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມວິຊາຊິບຕົວແບບມິດຕະພາບ ຫວຽດນາມ - ລາວ  (ພາບ: TTXVN)

        ກ່າວຄຳເຫັນຢູ່ພິທີ, ທ່ານ ນາງ ວູຕູແອວງ, ທີ່ປືກສາສະຖານທູດ ຫວຽດນາມປະຈຳ ລາວ, ເນັ້ນໜັກວ່າໂຄງການກໍ່ສ້າງໄດ້ສະແດງໃຫ້ເຫັນຄວາມຕັດສີນໃຈຂອງການນຳຂອງສອງພັກ, ສອງລັດ ທີ່ມີຕໍ່ພາລະກິດການສຶກສາ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດຂອງປະເທດລາວເວົ້າລວມ, ຂອງ ແຂວງຄຳມ່ວນ ເວົ້າສະເພາະ. ຂອງຂວັນນີ້ແມ່ນການຝາກຝັງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຫວັງຂອງການນຳພັກ, ລັດ ຫວຽດນາມ ຕໍ່ລຸ້ນໜຸ່ມຂອງລາວ ຫວັງວ່າລຸ້ນໜຸ່ມນີ້ຈະໄດ້ປະກອບຄວາມຮູ້ດີທີ່ສຸດເພື່ອສ້າງສາປະເທດລາວ, ສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບ ແລະ ນໍ້າໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

        ສ່ວນຝ່າຍລາວ, ທ່ານວັນໄຊ ພົງສະຫວັນ ເລຂາພັກແຂວງ, ເຈົ້າແຂວງໆຄຳມ່ວນ ເນັ້ນໜັກວ່ານີ້ແມນໂຄງການສຳຄັນໃນການພັດທະນາ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ແຂວງຄຳມ່ວນຊຶ່ງ ໄດ້ກໍ່ສ້າງໃນເນື້ອທີ່ 3,7 ເຮັກຕາ, ໂຮຽຮຽນແຫ່ງນີ້ ຈະເປັນໂຮຽຮຽນແຫ່ງທຳອິດຢູ່ ແຂວງຄຳມ່ວນ ທັງຮຽນ ແລະ ທັງສອນວິຊາຊີບໄປພ້ອມໆກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.