ຂ່າວເດັ່ນ

ລົງ​ທຶນ 137.000 ຕື້​ດົ່ງ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ໄລ​ຍະ 2021 – 2025

ລົງ​ທຶນ 137.000 ຕື້​ດົ່ງ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເຂດ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ໄລ​ຍະ 2021 – 2025

(VOVWORLD) - ວັນທີ 5 ເມສາ, ຢູ່ ຊອັກຈັງ ໄດ້ດຳເນີນກອງປະຊຸມສຳມະນາ “ຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມ ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2025 ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ ຫວຽດນາມ”.

ກອງປະຊຸມສຳມະນາ (ພາບ: VOV)

ທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ: ພັກ, ລັດ, ລັດຖະບານ ຍາມໃດກໍມີຄວາມເອົາໃຈໃສ່ເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແມ່ນມີຄວາມໝາຍອັນຍິ່ງໃຫຍ່, ທັງປະກອບສ່ວນເຂົ້າໃນການກະຕຸ້ນແຫຼ່ງສະໜອງ ແລະ ຄວາມຕ້ອງການ, ສ້າງວຽກເຮັດງານທຳ, ພັດທະນາການຜະລິດ, ດຳເນີນທຸລະກິດ, ທັງມີຄວາມໝາຍສຳຄັນກ່ຽວກັບການໜູນຊ່ວຍສັງຄົມ, ພິເສດແມ່ນສຳລັບບັນດາເປົ້າໝາຍດ້ອຍໂອກາດ, ຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເຂດຫ່າງໄກສອກຫຼີກ. ບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 137.000 ຕື້ດົ່ງ ນີ້ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ ເພື່ອລົງທຶນ, ພັດທະນາໃນໄລຍະ 2021 – 2025, ເຊິ່ງໄດ້ຫວັງວ່າ ຈະສ້າງບາດກ້າວບຸກທະລຸໃນການພັດທະນາເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ແລະ ຕັດສິນໃຈປະຕິບັດວຽກງານການກະກຽມໃຫ້ສຳເລັດ ເພື່ອສາມາດຜັນຂະຫຍາຍປະຕິບັດໂຄງການໃນເດືອນ ເມສາ 2022 ນີ້.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ກໍໄດ້ອວຍພອນບຸນປີໃໝ່ຈອນຈະນຳເທີໄມແດ່ພໍ່ແມ່ປະຊາຊົນ, ພະສົງສຳມະເນັນຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ ປະເພນີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.