ຂ່າວເດັ່ນ

ລົງ​ທຶນ 20 ລ້​ານ USD ເຂົ້າ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ດ່າ​ໜັງ

ລົງ​ທຶນ 20 ລ້​ານ USD ເຂົ້າ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ດ່າ​ໜັງ

(VOVWORLD) - ຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ແລະ ບັນດາເຂດເຕັກໂນໂລຢີ ດ່າໜັງ ຫາກໍອອກໃບຢັ້ງຢືນການຈົດທະບຽນລົງທຶນໃຫ້ແກ່ນັກລົງທຶນ KP AERO INDUSTRIES CO., LTD, ດ້ວຍການກໍ່ສ້າງໂຄງການໂຮງງານຜະລິດສິ້ນສ່ວນເຄື່ອງຍົນ KP VINA, ດ້ວຍຍອດລົງທຶນທັງໝົດແມ່ນ 20 ລ້ານ USD.

ຮູບຈຳລອງ ໂຮງງານຜະລິດສິ້ນສ່ວນເຄື່ອງຍົນ KP VINA  (ພາບ:VOV)

 ເປົ້າໝາຍຂອງໂຄງການດັ່ງກ່າວແມ່ນ ຜະລິດສິ້ນສ່ວນ ແລະ ປະກອບສ່ວນປະກອບຂອງເຮືອບິນ  Boeing 787, Boeing 737 Max. ນີ້ແມ່ນໂຄງການທີ 2 ໃນຂົງເຂດການບິນອາວະກາດ ທີ່ໄດ້ລົງທຶນເຂດອຸດສາຫະກຳສູງ ດ່າໜັງ (ພາຍຫຼັງໂຄງການຂອງບໍລິສັດ TNHH UAC  ຫວຽດນາມ).

        ເລື່ອງດຶງດູດ ໄດ້ 2 ໂຄງການທີ່ມີເງິນລົງທຶນຕ່າງປະເທດ (FDI) ໃນຂົງຂາດການບິນອາວະກາດ ຈາກ ອາເມລິກາ, ສ.ເກົາຫຼີນັ້ນ ໄດ້ປະກອບສ່ວນປະຕິບັດເປົ້າໝາຍ ນຳນະຄອນ ດ່າໜັງ ກາຍເປັນສູນເຕັກໂນໂລຢີສູງຂອງທົ່ວປະເທດໃນປີ 2030. ຄາດວ່າ ກິດຈະກຳດັ່ງກ່າວຈະເລີ່ມກໍ່ສ້າງໃນຕົ້ນເດືອນ ກຸມພາ ປີ 2024, ສູ້ຊົນກໍ່ສ້າງສຳເລັດ ແລະ ຈະນຳເຂົ້າໃຊ້ງານຢ່າງເປັນທາງການໃນທ້າຍປີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.