ຂ່າວເດັ່ນ

ມະ​ຕ​ິ​ເລກ​ທີ 68: ຄຳ​ຖະ​ແຫຼງປະ​ກາດ​ການ​ປະ​ຕິ​ຮູບ​ໃໝ່​ສຳ​ລັບ​ເສດ​ຖະ​ກິດ​ເອ​ກະ​ຊົນ

ມະ​ຕ​ິ​ເລກ​ທີ 68: ຄຳ​ຖະ​ແຫຼງປະ​ກາດ​ການ​ປະ​ຕິ​ຮູບ​ໃໝ່​ສຳ​ລັບ​ເສດ​ຖະ​ກິດ​ເອ​ກະ​ຊົນ

(VOVWORLD) - ວັນທີ 04 ພຶດສະພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ລົງລາຍເຊັນປະກາດໃຊ້ມະຕິສະບັບເລກທີ 68 – NQ/TW ກ່ຽວກັບການພັດທະນາເສດຖະກິດເອກະຊົນ, ໃນນັ້ນ ໄດ້ເນັ້ນໜັກວ່າ “ເສດຖະກິດເອກະຊົນ ແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດແຫ່ງຊາດ’.

ມີນັກຊ່ຽວຊານເສດຖະກິດ, ວິສາຫະກິດຫຼາຍທ່ານ ຖືວ່າ ນີ້ແມ່ນເອກະສານທີ່ມີລັກສະນະເປັນຂີດໝາຍບຸກທະລຸ, ຊ້ຳບໍ່ໜຳອາດຈະຖືວ່າເປັນ “ຖະແຫຼງການປະຕິຮູບ” ໃໝ່ ສຳລັບເສດຖະກິດເອກະຊົນ, ເພາະວ່າມີຫຼາຍຈຸດເນັ້ນໜັກ “ແບບບໍ່ເຄີຍມີມາກອ່ນ”.

        ທ່ານ ຟ້າມງວຽນຄາງ, ຜູ້ອຳນວຍການບໍລິສັດເຫຼັກກ້າ ມິງຈາງ, ຢູ່ນະຄອນ ໝີທໍ, ແຂວງ ຕຽນຢາງ, ຖືວ່າ:

        “ມະຕິສະບັບເລກທີ 68 ຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດເອກະຊົນ ແມ່ນກຳລັງໜູນໃຫຍ່ຂອງປະເທດ, ປະຊາຊົນມີຄວາມເພີ່ງພໍໃຈທີ່ສຸດ, ເມື່ອໄດ້ປະຕິບັດບັນດາສິ່ງທີ່ກົດໝາຍອະນຸຍາດ. ໃນໄລຍະຈະມາເຖິງ, ພາຍຫຼັງມີມະຕິສະບັບນີ້ແລ້ວ, ກໍຫວັງວ່າຈະມີການປ່ຽນແປງ, ໂດຍສະເພາະແມ່ນກ່ຽວກັບລະບຽບການບໍລິຫານສາທາລະນະ ເຮັດແນວໃດໃຫ້ໄວ, ກະທັດລັດ, ໜູນຊ່ວຍເສດຖະກິດເອກະຊົນພັດທະນາແບບຍືນຍົງ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.