ຂ່າວເດັ່ນ

ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ: ປັດ​ໄຈ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ

ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ: ປັດ​ໄຈ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ

(VOVWORLD) - ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.

 ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  (ພາບ: VOV)

ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືບັນດາຮ່າງເອກະສານຂອງກອງປະຊຸມໃຫຍ່ໃນຕອນເຊົ້າວັນທີ 21 ມັງກອນ, ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງຄວາມມະຫາສາມັກຄີໃນການປະຕິບັດບັນດາເປົ້າໝາຍພັດທະນາ.

        ເມື່ອປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.

        “ແນວໂຮມປະເທດຊາດຕ້ອງເສີມຂະຫຍາຍໄດ້ບົດບາດສະຫະພັນການເມືອງ, ສະຫະພັນອາສາສະໝັກຂອງບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ບັນດາບຸກຄົນດີເດັ່ນໃນທຸກຊັ້ນວັນນະຂອງສັງຄົມ, ຂອງຊາດ, ສາສະໜາ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດຢູ່ລະດັບສູງ. ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີ, ກົນໄກເຄື່ອນໄຫວຢ່າງແຮງ, ຮອບດ້ານ, ຖືບັນດາບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ປະຊາທິປະໄຕ, ສິດທິພົນລະເມືອງເປັນຈຸດສຸມ”.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.