ຂ່າວເດັ່ນ

ມະ​ຫາ​ວິ​ທະ​ຍາ​ໄລ Harvard ຮ້ອງ​ຟ້ອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ມະ​ຫາ​ວິ​ທະ​ຍາ​ໄລ Harvard ຮ້ອງ​ຟ້ອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

(VOVWORLD) - ວັນທີ 23 ພຶດສະພາ, ມະຫາວິທະຍາໄລ Harvard ຂອງ ອາເມລິກາ ໄດ້ຮ້ອງຟ້ອງລັດຖະບານສະຫະລັດກ່ຽວກັບຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump ລົບລ້າງສິດຮັບສະໝັກນັກສຶກສາສາກົນ.

 ໃນໃບຮ້ອງຟ້ອງທີ່ຍື່ນສະເໜີຕໍ່ສານສະຫະລັດ Boston, ມະຫາວິທະຍາໄລ Harvard ໄດ້ຖືວ່າ ຂໍ້ຕົກລົງຂອງອຳນາດການປົກຄອງປະທານາທິບໍດີ Trump ລະເມີດລັດຖະທຳມະນູນ ອາເມລິກາ ແລະ ບັນດາກົດໝາຍອື່ນໆຂອງສະຫະລັດ, ກໍຄືສົ່ງຜົນກະທົບຢ່າງຮ້າຍແຮງເຖິງໂຮງຮຽນ ແລະ ນັກສຶກສາສາກົນປະມານ 7.000 ຄົນ ທີ່ມາຮຽນດ້ວຍວິຊາການສຶກສາ. ມະຫາວິທະຍາໄລ Harvard ກໍສະແດງຄວາມວິຕົກກັງວົນວ່າ ຂໍ້ຕົກລົງຂອງທ່ານປະທານາທິບໍດີ Donald Trump ອາດຈະລົບລ້າງ ການຮ່ຳຮຽນຂອງ ¼ ນັກສຶກສາສາກົນ, ເຊິ່ງເປັນບຸກຄົນທີ່ມີການປະກອບສ່ວນຫຼາຍພໍສົມຄວນໃຫ້ໂຮງຮຽນທີ່ມີອາຍຸ 389 ປີນີ້.

        ກ່ອນໜ້ານັ້ນ, ວັນທີ 22 ພຶດສະພາ, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ Kristi Noem ໄດ້ອອກຄຳສັ່ງໂຈະໂຄງການຮັບນັກສຶກສາ ແລະ ແລກປ່ຽນແຂກ (SEVP) ຂອງ ມະຫາວິທະຍາໄລ Havard.


This site is protected by reCAPTCHA and the Google Privacy Policy and Terms of Service apply.