ຂ່າວເດັ່ນ

ມະ​ຫາເສດ​ຖີ Elon Muskເປີດ​​ລະ​ຫັດແຫຼ່ງ Grok 2.5 AI model

ມະ​ຫາເສດ​ຖີ Elon Muskເປີດ​​ລະ​ຫັດແຫຼ່ງ Grok 2.5 AI model

(VOVWORLD) - ບາດກ້າວນີ້ເພື່ອແນໃສ່ສົ່ງເສີມບັນດານັກຄົ້ນຄ້ວາ, ໂປຣແກຣມເມີ ແລະ ປະຊາຄົມຜູ້ມັກຮັກປັນຍາປະດິດ (AI) ທົ່ວໂລກເຂົ້າຮ່ວມການຄົ້ນຫາ, ພັດທະນາ ແລະ ເປີດກວ້າງຄວາມສາມາດຂອງພື້ນຖານນີ້.

ວັນທີ 24 ສິງຫາ, ມະຫາເສດຖີ Elon Musk ໄດ້ປະກາດບໍລິສັດ ປັນຍາປະດິດ xAI ຂອງທ່ານ ໄດ້ເປີດລະຫັດແຫຼ່ງ Grok 2.5 AI model ຢ່າງເປັນທາງການ. ບາດກ້າວນີ້ເພື່ອແນໃສ່ສົ່ງເສີມບັນດານັກຄົ້ນຄ້ວາ, ໂປຣແກຣມເມີ ແລະ ປະຊາຄົມຜູ້ມັກຮັກປັນຍາປະດິດ (AI) ທົ່ວໂລກເຂົ້າຮ່ວມການຄົ້ນຫາ, ພັດທະນາ ແລະ ເປີດກວ້າງຄວາມສາມາດຂອງພື້ນຖານນີ້. ນອກຈາກນັ້ນ, ທ່ານ ກໍ່ໃຫ້ຮູ້ວ່າ ລະຫັດແຫຼ່ງທີ່ມາຂອງ Grok 3 AI model ກໍ່ຈະໄດ້ຮັບການປະກາດໃນໄລຍະ 6 ເດືອນຈະມາເຖິງ, ໃນຂະນະທີ່ Grok 5 AI model ຄາດວ່າຈະເປີດຕົວໃນທ້າຍປີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.