ຂ່າວເດັ່ນ

ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ​ສູນ​ກັ່ນ​ຕອງ​ນ້ຳ​ມັນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ​ຢູ່​ຢຸງກວັດ

[VOVWORLD] - ຕາມບັນ​ດາ​ບົດ​ລາຍ​ງານ, ຄຳ​ເຫັນ​ປະ​ກອບຢູ່ກອງ​ປະ​ຊຸມ, ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກາ​ນ​ເຕີ​ບ​ໂຕ​ສູງ, ຍືນ​ຍົງ ແລະ ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ພະ​ລັງ​ງານ.

ວັນ​ທີ 3 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ຟ້າມ​ມິງ​ຈິງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ແລະ ຄະນະປະຈຳຄະ​ນະ​ພັກ​ລັດ​ຖະ​ບານ ກ່ຽວ​ກັບ​ເນື້ອ​ໃນ​ສຳ​ຄັນ​ຈຳ​ນວນ​ໜຶ່ງ, ໃນ​ນັ້ນ ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ບັນ​ດາ​ຂໍ້​ສະ​ເໜີ​ກົນ​ໄກ, ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສູນ​ກັ່ນ​ຕອງ​ນ້ຳ​ມັນ ແລະ ພະ​ລັງ​ງານ​ແຫ່ງ​ຊາດ​ຢູ່​ເຂດ​ເສດ​ຖະ​ກິດ ຢຸງກວັດ (ແຂວງ ກວ໋າງ​ຫງາຍ).   

ຕາມບັນ​ດາ​ບົດ​ລາຍ​ງານ, ຄຳ​ເຫັນ​ປະ​ກອບຢູ່ກອງ​ປະ​ຊຸມ, ໃນ​ສະ​ພາບ​ການ​ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່​ດ້ວຍຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ກາ​ນ​ເຕີ​ບ​ໂຕ​ສູງ, ຍືນ​ຍົງ ແລະ ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ພະ​ລັງ​ງານ, ການສ້າງ​ບັນ​ດ​າ​ສູນ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ຂອບ​ຂະ​ໜາດ​ໃຫຍ່, ມີ​ລັກ​ສະ​ນະ​ເກັບສະ​ສົມ ແລະ ມີກຳລັງແຮງແກ້​ງ​ແຍ້ງ​ສາ​ກົນ ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ.

ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ລະ​ດົມ​ການ​ຫັນ​ແຫຼ່ງ​ກຳ​ລັງ​ເປັນຫຼາຍ​ຮູບຫຼາຍ​ແບບ, ມອບ​ໃຫ້​​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ຂົງ​ເຂດ ​ຊີ້​ນຳ​ການສ້າງ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ໃຫ້ສຳເລັດໂດຍ​ກົງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກເຖິງຈິດ​ໃຈ​ ແມ່ນມີ​ແຕ່​ປຶກ​ສາ​ເຮັດ, ບໍ່​ຖືກ​ສາ​ຖອຍ, ປະ​ຕິ​ບັດຢ່າງ​ມີ​ຂັ້ນ​ຕອນ ແຕ່​ຕ້ອງ​ສຸມ​ໃສ່​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ໂດຍ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.