ຂ່າວເດັ່ນ

ມາ​ນະ​ພະ​ຍາ​ຍາມ​ສູງ​ສຸດ, ມີການກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ

ມາ​ນະ​ພະ​ຍາ​ຍາມ​ສູງ​ສຸດ, ມີການກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ 2 ຕົວ​ເລກ

(VOVWORLD) - ຕອນບ່າຍວັນທີ 04 ກຸມພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນມັງກອນ ປີ 2026 ກັບບັນດາທ້ອງຖິ່ນ. ກອງປະຊຸມໄດ້ດຳເນີນແບບເຊິ່ງໜ້າສົມທົບກັບທາງໄກ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນໃນທົ່ວປະເທດ.

ບັນຍາກາດກອງປະຊຸມ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຢ່າງເຂັ້ມງວດ, ພິເສດແມ່ນໂຄງການກະທຳປະຕິບັດມະຕິດ້ວຍບັນດາຄາດໝາຍພັດທະນາເສດຖະກິດ - ສັງຄົມຕົ້ນຕໍ. ທ່ານກ່າວວ່າ:

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

“ຕ້ອງມານະພະຍາຍາມສູງສຸດ, ມີການກະທຳຢ່າງຂ້ຽວຂາດ, ສຸມໃສ່ປະຕິບັດທິດນຳ 1 ເປົ້າໝາຍ 2 ຮັບປະກັນ, 3 ມີ, 4 ບໍ່, 5 ຫັນ ແລະ 6 ຈະແຈ້ງ. ໃນນັ້ນ, “1 ເປົ້າໝາຍ” ແມ່ນມີລະດັບເຕີບໂຕ 2 ຕົວເລກ. “2 ຮັບປະກັນ” ລວມມີ: ຮັບປະກັນການພັດທະນາເປັນປົກກະຕິ, ເປັນປົກກະຕິເພື່ອຊຸກຍູ້ການພັດທະນາ; ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມສະຫງົບສຸກໃນປະຊາຊົນ. “3 ມີ” ລວມມີ: ມີການປະກອບສ່ວນຂອງປະຊາຊົນ, ມີສ່ວນຮ່ວມຂອງລັດ, ມີສ່ວນຮ່ວມຂອງວິສາຫະກິດ. “4” ບໍ່” ລວມມີ: ບໍ່ຟຸມເຟືອຍໃນໜຶ່ງມື້, ບໍ່ຊັກຊ້າໃນໜຶ່ງອາທິດ, ບໍ່ພາດໂອກາດໃນໜຶ່ງເດືອນ ແລະ ບໍ່ຕົກຢູ່ໃນທ່າຮັບໃນໜຶ່ງປີ. “5 ຫັນ” ລວມມີ: ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຫັນແຫຼ່ງກຳລັງເປັນປະສິດທິຜົນສູງສຸດ, ຫັນການຄຸ້ມຄອງ, ບໍລິຫັນເປັນອັດສະລິຍະ, ຫັນຜົນປະໂຫຍດຂອງລັດ, ປະຊາຊົນ ແລະ ວິສາຫະກິດເປັນກົມກຽວ”.

ກ່ຽວກັບໜ້າທີ່, ມາດຕະການໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສຸມໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ພ້ອມດຽວກັນນັ້ນ, ກໍເຮັດໃໝ່ບັນດາກຳລັງໜູນເຕີບໂຕແບບເກົ່າ ແລະ ຊຸກຍູ້ບັນດາກຳລົງໜູນແບບໃໝ່ຢ່າງແຮງ, ສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກໃນປີ 2026.

ລ້າຍຮວາ

This site is protected by reCAPTCHA and the Google Privacy Policy and Terms of Service apply.