ຂ່າວເດັ່ນ

ມາເລເຊຍ ມານະພະຍາຍາມຊອກຫາເຮືອບິນ MH370 ຢູ່ມະຫາສະໝຸດອິນເດຍ ຄືນໃໝ່

ມາເລເຊຍ ມານະພະຍາຍາມຊອກຫາເຮືອບິນ MH370 ຢູ່ມະຫາສະໝຸດອິນເດຍ ຄືນໃໝ່

(VOVWORLD) - ກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ ກ່ຳປັ່ນຊອກຫາ Armada 8605 ໄດ້ໄປຍັງເຂດຊອກຫາທີ່ໄດ້ກຳນົດພິກັດ ດ້ວຍ 2 ພາຫະນະບໍ່ມີຄົນຂັບ.

(ພາບປະກອບ: REUTERS)

ວັນທີ 31 ທັນວາ, ວົງການເຈົ້າໜ້າທີ່ ມາເລເຊຍ ໄດ້ແຈ້ງໃຫ້ຊາບວ່າ ການຊອກຫາເຮືອບິນ MH370 ຂອງບໍລິສັດການບິນ Malaysia Airlines ໄດ້ເລີ່ມດຳເນີນຢ່າງເປັນທາງການຢູ່ມະຫາສະໝຸດ ອິນເດຍ, ຟື້ນຟູບັນດາຄວາມມານະພະຍາຍາມແກ້ໄຂໜຶ່ງໃນບັນດາເຫດການລີ້ລັບທີ່ສຸດຂອງຂະແໜງການບິນ ພາຍຫຼັງ 1 ທົດສະວັດທີ່ເຮືອບິນຫາຍສາບສູນພ້ອມກັບຜູ້ໂດຍສານ 239 ຄົນ.

ກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ ກ່ຳປັ່ນຊອກຫາ Armada 8605 ໄດ້ໄປຍັງເຂດຊອກຫາທີ່ໄດ້ກຳນົດພິກັດ ດ້ວຍ 2 ພາຫະນະບໍ່ມີຄົນຂັບ. ເຂດຊອກຫາຍັງບໍ່ທັນໄດ້ເຜີຍເທື່ອ ແຕ່ຖະແຫຼງວ່າ ໄດ້ກະກຽມກ່ຳປັ່ນໃຫ້ແກ່ການຊອກຫາຢູ່ທ່າກ່ຳປັ່ນ Fremantle ທາງທິດຕາເວັນຕົກ ອົດສະຕາລີ.

ເຮືອບິນໝາຍເລກ MH370 ຂາດການຕິດຕໍ່ໃນວັນທີ 08 ມີນາ 2014 ພ້ອມກັບຜູ້ໂດຍສານ, ຈຸບິນ 239 ຄົນ, ເຊິ່ງຄາດວ່າ ຕົກຢູ່ທາງທິດໃຕ້ມະຫາສະໝຸດ ອິນເດຍ.

This site is protected by reCAPTCHA and the Google Privacy Policy and Terms of Service apply.