ຂ່າວເດັ່ນ

ມາເລເຊຍ ສະເໜີຈັດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ໃນປີ 2025

ມາເລເຊຍ ສະເໜີຈັດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ ໃນປີ 2025

(VOVWORLD) - ທ່ານໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃນຕົ້ນເດືອນ ເມສາ ຜ່ານມາ ກ່ຽວກັບແຜນການເລືອກເອົາຈຸດເວລາທີ່ເໝາະສົບເພື່ອຈັດກອງປະຊຸມໃນປີນີ້.

(ສູນຈັດກອງປະຊຸມ)

        ວັນທີ 25 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Datuk Seri Mohamad Hasan ໃຫ້ຮູ້ວ່າ, ດ້ວຍຖານະເປັນປະທານ ອາຊຽນ 2025, ມາເລເຊຍ ຍັງລໍຖ້າຄຳຢັ້ງຢືນຂອງ ອາເມລິກາ ກ່ຽວກັບຈຸດເວລາຂຶ້ນແຜນຈະຈັດກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ.

        ກ່າວຄຳເຫັນກ່ອນຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46, ທ່ານລັດຖະມົນຕີ Datuk Seri Mohamad Hasan ໃຫ້ຮູ້ວ່າ, ຂໍ້ລິເລີມດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ສະເໜີຢ່າງເປັນທາງການ ດ້ວຍຄວາມປາດຖະໜາອາດສາມາດຈັດກອງປະຊຸມສຸດຍອດ ອາຊຽນ - ອາເມລິກາ ໃນປີນີ້. ທ່ານກໍ່ໃຫ້ຮູ້ວ່າ, ທ່ານໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ໃນຕົ້ນເດືອນ ເມສາ ຜ່ານມາ ກ່ຽວກັບແຜນການເລືອກເອົາຈຸດເວລາທີ່ເໝາະສົບເພື່ອຈັດກອງປະຊຸມໃນປີນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.