ຂ່າວເດັ່ນ

ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຕ້ອງນຳໜ້າໃນການບຳລຸງສ້າງ ແລະ ຄົ້ນຄວ້າ.

ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຕ້ອງນຳໜ້າໃນການບຳລຸງສ້າງ ແລະ ຄົ້ນຄວ້າ.

(VOVWORLD) -ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຕ້ອງເປັນນຳໜ້າໃນການບຳລຸງສ້າງ ແລະ ຄົ້ນຄວ້າ.. ນີ້ ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ (27/1/1995 – 27/1/2025) ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 23 ກຸມພາ ຢູ່ນະຄອນໂຮ່ຈິມິນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ

    ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ແມ່ນສັນຍາລັກແຫ່ງຄວາມມານະພະຍາຍາມອັນພົ້ນເດັ່ນ, ມີຫົວຄິດປະດິດສ້າງຮອບດ້ານ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງການສຶກສາຊັ້ນສູງຂອງ ຫວຽດນາມ ດ້ວຍບັນດາຜົນງານທີ່ດີເດັ່ນ ແລະ ເປັນໜ້າເອກອ້າງທະນົງໃຈ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ສູ້ຊົນເພື່ອບັນລຸເປົ້າໝາຍ ຮອດປີ 2030 ແມ່ນໜຶ່ງໃນ ກຸ່ມມະຫາວິທະຍາໄລແຖວໜ້າ 100 ແຫ່ງຂອງອາຊີ; ສຸມໃສ່ກໍ່ສ້າງ ແລະ ປະຕິບັດຮູບແບບການຄຸ້ມຄອງມະຫາວິທະຍາໄລບົນພື້ນຖານດີຈີຕອນ, ຮັບປະກັນຄວາມເປັນເຈົ້າຂອງມະຫາວິທະຍາໄລ, ເສີມຂະຫຍາຍຄວາມເຂັ້ມແຂງຂອງລະບົບມະຫາວິທະຍາໄລຫຼາຍວິຊາ ແລະ ຫຼາຍຂົງເຂດ; ພັດທະນາເປັນລະບົບນິເວດການສຶກສາ - ວິທະຍາສາດ - ເຕັກໂນໂລຢີຊັ້ນນຳຂອງຫວຽດນາມ.

    ທ່ານນາຍົກລັດຖະມົນຕີ ຕັດຕືອນວ່າ: ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ເອົາໃຈໃສ່ດຶງດູດ, ນຳໃຊ້ ແລະ ຂະຫຍາຍຖັນແຖວນັກວິທະຍາສາດ; ສຸມໃສ່ກໍ່ສ້າງ ແລະ ປະຕິບັດບັນດາໂຄງການບຳລຸງສ້າງ, ຄົ້ນຄ້ວາ ແລະ ນະວັດຕະກຳໃນບັນດາຂົງເຂດເຕັກໂນໂລຢີເຄິງຊັກນຳໄຟຟ້າ, ຊີວະສາດ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດໃນກຸ່ມແຖວໜ້າອາຊີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.