ຂ່າວເດັ່ນ

ມອບ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ພ​າກ​ໃຕ້ ລາວ ກັບ​ຄືນ​ເມືອ​ປະ​ເທດ

ມອບ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່​ພ​າກ​ໃຕ້ ລາວ ກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 07 ພຶດສະພາ, ຢູ່ສຳນັກງານກອງບັນຊາການທະຫານແຂວງ ຈຳປາສັກ, ພາກໃຕ້ລາວ ໄດ້ດຳເນີນພິທີມອບ - ຮັບ, ສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 16 ຊຸດກັບຄືນເມືອປະເທດ.

ພິທີມອບຮັບ ແລະ ຈັດສົ່ງອັດຖິ (ພາບ: VOV)

ພິທີມອບ - ຮັບແມ່ນມີຄວາມໝາຍສຳຄັນພິເສດສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ການຮ່ວມມືຮອບດ້ານຕໍ່ກັບສອງປະເທດ ລາວ - ຫວຽດນາມ.

        ການເຄື່ອນໄຫວຊອກຫາ, ທ້ອນໂຮມອັດຖິທະຫານ, ນັກຊ່ຽວຊານທີ່ເສຍສະຫຼະຊີວິດເພື່ອຊາດໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນ ແລະ ການຈາລຶກຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ; ພ້ອມທັງຕອບສະໜອງຄວາມມຸ່ງມາດປາດຖະໜາຂອງຍາດຕິພີ່ນ້ອງ, ຄອບຄົວນັກຮົບ ແລະ ປະຊາຊົນໃນທົ່ວປະເທດ; ປະກອບສ່ວນສຶກສາມູນເຊື້ອປະຕິວັດ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມກ່ຽວກັບມູນເຊື້ອຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ນັກຂ່າວ VOV ປະຈຳ ລາວ

This site is protected by reCAPTCHA and the Google Privacy Policy and Terms of Service apply.