ຂ່າວເດັ່ນ

ມອບ​ແຈ້ງ​ການ​ໝາກ​ຜົນ​ການສັນ​ລະ​ສູ​ດ ADN ຢັ້ງ​ຢືນ​ ເອກະລັກ​ບຸກຄົນ ​ຂອງ​ອັດ​ຖິ​ນັກຮົບເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ມອບ​ແຈ້ງ​ການ​ໝາກ​ຜົນ​ການສັນ​ລະ​ສູ​ດ ADN ຢັ້ງ​ຢືນ​ ເອກະລັກ​ບຸກຄົນ ​ຂອງ​ອັດ​ຖິ​ນັກຮົບເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) - ກະຊວງປ້ອງກັນປະເທດໄດ້ສົມທົບກັບບັນດາອົງການ, ຄະນະ, ກະຊວງ, ຂະແໜງການສູນກາງຈັດຕັ້ງການມອບໝາກຜົນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ຍາດຕິພີ່ນ້ອງ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ.

ກອງປະຊຸມ ມອບໝາກຜົນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: VOV)

ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດໄດ້ສົມທົບກັບບັນດາອົງການ, ຄະນະ, ກະຊວງ, ຂະແໜງການສູນກາງຈັດຕັ້ງກອງປະຊຸມ ມອບໝາກຜົນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ຍາດຕິພີ່ນ້ອງ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ. ການນຳກົມໃຫຍ່ການເມືອງ ໄດ້ມອບໝາກຜົນຂອງກສັນລະສູດ ADN ນັກຮົບເສຍສະຫຼະຊີວິດ 6 ຄົນໃຫ້ແກ່ຍາດຕິພີ່ນ້ອງແລະ ຄອບຄົວ. ນັບແຕ່ປີ 2013 ມາຮອດປັດຈຸບັນ, ສະຖາບັນນິຕິເວດຊະສາດ ກອງທັບໄດ້ດຳເນີນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ມອບໝາກຜົນໃຫ້ແກ່ຍາດຕິພີ່ນ້ອງ ເກືອບ 500 ຊູດ, ກວມເອົາເກືອບ 50% ຈຳນວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທັງໝົດ ໄດ້ຮັບການຢັ້ງຢືນມາຮອດປັດຈຸບັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.