ຂ່າວເດັ່ນ

ມອບ​ເຮືອນ​ແຫ່ງ​ມະ​ຫາ​ສາ​ມັກ​ຄີ 50 ຫຼັງ​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຢູ່​ແຂວງ ເບັນ​ແຈ

ມອບ​ເຮືອນ​ແຫ່ງ​ມະ​ຫາ​ສາ​ມັກ​ຄີ 50 ຫຼັງ​ໃຫ້​ແກ່​ຄອບ​ຄົວ​ທຸກ​ຍາກ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ຢູ່​ແຂວງ ເບັນ​ແຈ

(VOVWORLD) - ຕອນບ່າຍວັນທີ 31 ພຶດສະພາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ເບັນແຈ ໄດ້ຈັດພິທີມອບເຮືອນແຫ່ງມະຫາສາມັກຄີຈຳນວນ 50 ຫຼັງໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເມືອງ ໝໍໄກ່ໃຕ້.

ການມອບ-ຮັບເຮືອນແຫ່ງມະຫາສາມັກຄີໃຫ້ແກ່ຄອບຄົວເອື້ອຍ ເລທິຕື້ (ພາບ: TTXVN)

ນະທີີ່ນີ້, ທ່ານ ຮວິ່ງແທັ່ງດາດ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ຖືວ່າ ການໜູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກແມ່ນວຽກງານອັນແທດຈິງ, ສະແດງຄວາມຮັບຜິດຊອບ ແລະ ສິນທຳ “ກິນເຂົ້າຄິດຮອດຄຸນນາ” ແລະ ນ້ຳໃຈ “ຮັກເພື່ອນມະນຸດຄືຮັກຕົນເອງ”, ປະກອບສ່ວນນ້ຳມາເຊິ່ງຊາຍຄາອັນອົບອຸ່ນໃຫ້ແກ່ຜູ້ທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າເພິ່ນ. ທ່ານປາດຖະໜາວ່າ ບັນດາໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດຢູ່ພາຍໃນ ແລະ ນອກແຂວງສືບຕໍ່ສະໜັບສະໜູນເງິນ, ວັດສະດຸ, ເຫື່ອແຮງ... ເພື່ອຊ່ວຍເຫຼືອຄອບຄົວທຸກຍາກ, ໃກ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່ໃນປີ 2025.

This site is protected by reCAPTCHA and the Google Privacy Policy and Terms of Service apply.