ຂ່າວເດັ່ນ

ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ ໃຫ້​ແກ່​ນາຍ​ທະ​ຫານ​ໄປ​ປະ​ຕິ​ບັດ​ການ​ ​ຮັກ​ສາ​ສັ​ນຕິ​ພາບ ຢູ່​ຊູ​ດັງ​ໃຕ້

ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ ໃຫ້​ແກ່​ນາຍ​ທະ​ຫານ​ໄປ​ປະ​ຕິ​ບັດ​ການ​ ​ຮັກ​ສາ​ສັ​ນຕິ​ພາບ ຢູ່​ຊູ​ດັງ​ໃຕ້

(VOVWORLD) - ວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ໃຫ້ແກ່ນາຍທະຫານໄປປະຕິບັດວຽກງານ ຮັກສາສັນຕິພາບ ສປຊ.

ພິທີມອບຂໍ້ຕົກລົງຂອງທ່ານປະທານປະເທດ ໃຫ້ແກ່ນາຍທະຫານໄປປະຕິບັດວຽກງານ ຮັກສາສັນຕິພາບ ສປຊ (ພາບ: VOV)

ຕາມນັ້ນແລ້ວ, ທ່ານພັນຕີ ເຈິ່ນວຽດເກືອງໄດ້ຈັດສົ່ງປ່ຽນແທນທ່ານ ຮ້ອຍເອກ ຫງວຽນຕຽນລົງ ຮັບຜິດຊອບຕຳແໜ່ງນາຍທະຫານສັງເກດການ, ຄະນະປະຕິບັດວຽກງານຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງພະນັກງານ, ພາລະກອນ ເກືອບ 1.100 ເທື່ອຄົນ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ສາມຄະນະປະຕິບັດງານ ແລະ ສຳນັກງານສປຊ. ປັດຈຸບັນ ກົມກອງທະຫານຊ່າງເລກ 4 ແລະ ໂຮງໝໍກາງສະໜາມຊັ້ນ 2 ເລກ 7 ພວມໃນວິວັດການຝືກແອບຢູ່ກົມຮັກສາສັນຕິພາບ ຫວຽດນາມ ແລະ ໂຮງໝເສນາຮັກ 175 ເພື່ອກະກຽມໃຫ້ແກ່ບັ້ນເດີນທາງໄປປະຕິບັດແທນ ຄາດວ່າໃນເດືອນກັນຍາຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.