ຂ່າວເດັ່ນ

ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັ​ນ​ຕິ​ພາບ

ມອບ​ຂໍ້​ຕົກ​ລົງ​ຂອງ​ປະ​ທານ​ປະ​ເທດ​ໃຫ້​ແກ່​ນາຍ​ທະ​ຫານ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັ​ນ​ຕິ​ພາບ

(VOVWORLD) - ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວາງຊວັນຈຽນ ຮຽກຮ້ອງໃຫ້ ນາຍທະຫານ 5 ຄົນປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງ ພັກ, ລັດ, ກອງທັບ ຢ່າງເຂັ້ມງວດ, ປະຕິບັດກົດລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ຂໍ້ກຳນົດຂອງ ສປຊ

ພິທີ ມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ນາຍທະຫານເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ (ພາບ: TTXVN)

ຕອນບ່າຍວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ແກ່ບັນດານາຍທະຫານໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສປຊ ແລະ ຄະນະຝືກອົບຮົບຂອງສະຫະພາບ ເອີລົບ.

ຕາມທ່ານ ຟ້າມແມັ້ງທັ້ງ ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ແລ້ວ, ປັດຈຸບັນທຸກວຽກງານກະກຽມຈັດສົ່ງນາຍທະຫານ 5 ຄົນໄດ້ປະຕິບັດສຳເລັດໂດຍພື້ນຖານ, ນາຍທະຫານທັງ 5 ຄົນລ້ວນແຕ່ກຽມພ້ອມເດີນທາງ. ກ່ອນໜ້ານັ້ນ, ເພື່ອປະຕິບັດວຽກງານກະກຽມກຳລັງ ທົດແທນນາຍທະຫາຍໄປປະຕິບັດໜ້າທີ່. ທາງກົມໄດ້ເປັນເຈົ້າການ ເລືອກເອົາພະນັກງານຮັບປະກັນຄວາມຕ້ອງການກ່ຽວກັບຄວາມສາມາດ, ລະດັບການທະຫານ, ຄວາມຮູ້ໃນການຮັກສາສັນຕິພາບ ສປຊ, ຄວາມສາມາດດ້ານພາສາ ແລະ ມີສຸຂະພາບແຂງແຮງດີ.

ໂດຍມອບໜ້າທີ່ໃຫ້ແກ່ນາຍທະຫານ 5 ຄົນກະກຽມເດີນທາງໄປປະຕິບັດໜ້າທີ່, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮ່ວາງຊວັນຈຽນ ຮຽກຮ້ອງໃຫ້ ນາຍທະຫານ 5 ຄົນປະຕິບັດທັດສະນະ, ແນວທາງການຕ່າງປະເທດຂອງ ພັກ, ລັດ, ກອງທັບ ຢ່າງເຂັ້ມງວດ, ປະຕິບັດກົດລະບຽບວິໄນຂອງກອງທັບປະຊາຊົນຫວຽດນາມ, ຂໍ້ກຳນົດຂອງ ສປຊ, ກົດໝາຍຂອງປະເທດປະຈຳຖິ່ນ, ການແນະນຳຂອງອົງການທີ່ມີໜ້າທີ່ຮັບຜິດຊອບ ແລະ ກົມຮັກສາສັນຕິພາບ ຫວຽດນາມຢ່າງເຂັ້ມງວດ, ຍາມໃດກໍ່ຮັບປະກັນແບບແຜນການດຳລົງຊີວິດຂອງ ທະຫານຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.