ຂ່າວເດັ່ນ

ມອບ​ລາງວັນ​ການ​ເສັງ​ຂຽນ ແລະ ເກັບກຳ​​ວັດ​ຖຸ​ພັນ “ຄວາມ​ຮັກ​ໃນ​ສົງ​ຄາມ”

ມອບ​ລາງວັນ​ການ​ເສັງ​ຂຽນ ແລະ ເກັບກຳ​​ວັດ​ຖຸ​ພັນ “ຄວາມ​ຮັກ​ໃນ​ສົງ​ຄາມ”

(VOVWORLD) - ພາຍຫຼັງປະຕິບັດມາເປັນເວລາ 5 ປີ, ໄລ່ມາຮອດປັດຈຸບັນ, ການເສັງຂຽນ ແລະ ເກັບກຳວັດຖຸພັນ “ຄວາມຮັກໃນສົງຄາມ” ໄດ້ປະສົບຜົນສຳເລັດຢ່າງຈົບງານ. ນັບຮ້ອຍບົດຂຽນທີ່ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງໄດ້ຮັບອະນຸຍາດໃຫ້ພິມ ແລະ ຈຳໜ່າຍ.

ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ ແລະ ເກັບກຳວັດຖຸພັນພາຍໃຕ້ຫົວຂໍ້ “ຄວາມຮັກໃນສົງຄາມ”

ພິທີສະຫຼຸບ ແລະ ມອບລາງວັນການເສັງຂຽນ ແລະ ເກັບກຳວັດຖຸພັນພາຍໃຕ້ຫົວຂໍ້ “ຄວາມຮັກໃນສົງຄາມ” ໄດ້ດຳເນີນໃນຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ. ເຫດການດັ່ງກ່າວໂດຍອົງການ “ຫົວໃຈນັກຮົບ ຫວຽດນາມ”, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະໂມສອນ “ເກນອາຍຸ 20 ປີ ອຳມະຕະ” ສົມທົບກັນຈັດຕັ້ງ.

        ພາຍຫຼັງປະຕິບັດມາເປັນເວລາ 5 ປີ, ໄລ່ມາຮອດປັດຈຸບັນ, ການເສັງຂຽນ ແລະ ເກັບກຳວັດຖຸພັນ “ຄວາມຮັກໃນສົງຄາມ” ໄດ້ປະສົບຜົນສຳເລັດຢ່າງຈົບງານ. ນັບຮ້ອຍບົດຂຽນທີ່ມີຄວາມໝາຍວັດທະນະທຳມະນຸດອັນສູງສົ່ງໄດ້ຮັບອະນຸຍາດໃຫ້ພິມ ແລະ ຈຳໜ່າຍ. ນັບຮ້ອຍວັດຖຸພັນທີ່ມີຄຸນຄ່າແມ່ນໄດ້ຮັບການບໍລິຈາກ. ຫຼາຍເຫດການວັດທະນະທຳ “ເຊີດຊູ ແລະ ຈາລຶກບຸນຄຸນ” ໂດຍອົງການ “ຫົວໃຈຂອງນັກຮົບ ຫວຽດນາມ”, ຫໍພິພິທະພັນແມ່ຍິງ ຫວຽດນາມ ແລະ ສະໂມສອນ “ເກນອາຍຸ 20 ປີອຳມະຕະ” ສົມທົບກັນປະຕິບັດ. ລາງວັນທີ 1 ໄດ້ແກ່ບົດຂຽນ “ຊີວິດຍັງຄົງຕົວຕະຫຼອດການ” ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈິ່ນມິງຕຽນ (1945 – 1968). ນອກຈາກນັ້ນແລ້ວ ຍັງມີ 7 ບົດຂຽນອື່ນກໍໄດ້ຮັບລາງວັນປະເພດດຽວກັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.