ຂ່າວເດັ່ນ

ມອບສິດ ແລະ ຊຸກຍູ້ການເຂົ້າຮ່ວມນາຍທະຫານຍິງໃນການເຄື່ອນໄຫວຮັກສາສັນຕິພາບ

ມອບສິດ ແລະ ຊຸກຍູ້ການເຂົ້າຮ່ວມນາຍທະຫານຍິງໃນການເຄື່ອນໄຫວຮັກສາສັນຕິພາບ

(VOVWORLD) - ນີ້ແມ່ນຊຸດຝຶກອົບຮົມລົງເລິກເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບ WPS ໃນຂອບເຂດໂຄງການບຳລຸງສ້າງ ແລະ ຮ່ວມມືດ້ານການທະຫານຂອງ ການາດາ

ພິທີປິດຊຸກຝຶກອົບຮົມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ
(ພາບ: qdnd.vn)

ພິທີປິດຊຸກຝຶກອົບຮົມແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (WPS) ປີ 2026 ໂດຍ ການາດາ ໜູນຊ່ວຍ ໄດ້ປິດລົງໃນວັນທີ 20 ມີນາ, ຢູ່ ຮ່າໂນ້ຍ. ໂດຍໄດ້ຈັດຂຶ້ນແຕ່ວັນທີ 16 – 20 ມີນາ ຢູ່ກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ ຫວຽດນາມ), ຊຸດຝຶກອົບຮົມໄດ້ປະກອບສ່ວນຢັ້ງຢືນຄວາມຕັ້ງໜ້າຂອງ ຫວຽດນາມ ໃນການຊຸກຍູ້ໂຄງການດຳເນີນງານຂອງສະຫະປະຊາຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ພ້ອມກັນນັ້ນ ກໍ່ປະກອບສ່ວນຢ່າງມີປະສິດທິຜົນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

ກ່າວຄຳເຫັນທີ່ພິທີປິດ, ທ່ານ ພັນເອກ ຫງວຽນຍືແກ໋ງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ໃຫ້ຮູ້ວ່າ ນີ້ແມ່ນຊຸດຝຶກອົບຮົມລົງເລິກເພື່ອຊຸກຍູ້ໂຄງການດຳເນີນງານກ່ຽວກັບ WPS ໃນຂອບເຂດໂຄງການບຳລຸງສ້າງ ແລະ ຮ່ວມມືດ້ານການທະຫານຂອງ ການາດາ; ພ້ອມກັນນັ້ນ, ກໍ່ປະກອບສ່ວນຕອບສະໜອງແຜນນະໂຍບາຍຂອງສະຫະປະຊາຊາດກ່ຽວກັບການເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງຢ່າງຄົບຖ້ວນ, ສະເໝີພາບ ແລະ ມີຄວາມໝາຍ ໃນການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.