ຂ່າວເດັ່ນ

Mercosur ແລະ EFTA ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ

Mercosur ແລະ EFTA ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້​າ​ເສ​ລີ

(VOVWORLD) - ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.

ວັນທີ 16 ກັນຍາ, ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະ ສະມາຄົມການຄ້າເສລີ ເອີຣົບ (EFTA) ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຢູ່ Rio de Janeiro, ບຣາຊິນ ຢ່າງເປັນທາງການ ພາຍຫຼັງເຈລະຈາເປັນເວລາ 8 ປີ.

        ເມື່ອກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານາທິບໍດີ ບຣາຊິນ Geraldo Alckmin ເນັ້ນໜັກວ່າ ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.

        ຕາມຂໍ້ຕົກລົງແລ້ວ, ມີກວ່າ 97% ປະລິມານສິນຄ້າສົ່ງອອກຂອງທັງສອງຝ່າຍຈະໄດ້ຊົມໃຊ້ຜົນປະໂຫຍດ, ໝັ້ນໝາຍຊຸກຍູ້ການຄ້າສອງຝ່າຍ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ກໍຄືປະຊາຊົນສອງຝ່າຍ.

        ຄາດວ່າ EFTA ຈະລົບລ້າງ 100% ພາສີສົ່ງອອກສໍາລັບສິນຄ້າອຸດສາຫະກຳ ແລະ ສິນໃນນ້ຳຈາກ Mercosur ພາຍຫຼັງທີ່ສັນຍາສະບັບນີ້ມີຜົນສັກສິດ. ກົງກັນຂ້າມ, Mercosur ມີໄລຍະ 15 ປີ ເພື່ອຫຼຸດຜ່ອນພາສີສຳລັບຜະລິດຕະພັນອຸດສາຫະກຳສ່ວນໃຫຍ່ຈາກບັນດາຄູ່ຮ່ວມມືເອີຣົບ.


This site is protected by reCAPTCHA and the Google Privacy Policy and Terms of Service apply.