ຂ່າວເດັ່ນ

ມີ 24 ລັດ ຮ້ອງ​ຟ້ອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Trump ຍ້ອນ​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ

ມີ 24 ລັດ ຮ້ອງ​ຟ້ອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Trump ຍ້ອນ​ຈັດ​ວາງ​ອັດ​ຕາ​ພາ​ສີ​ນຳ​ເຂົ້າ​ທົ່ວ​ໂລກ

(VOVWORLD) - ວັນທີ 05 ມີນາ, ມີກຸ່ມ 24 ລັດຂອງ ອາເມລິກາ ໄດ້ຍື່ນໃບຮ້ອງຟ້ອງອຳນາດການປົກຄອງປະທານາທິບໍດີ Donald Trump ຍ້ອນຈັດວາງອັດຕາພາສີທົ່ວໂລກ 10% ທີ່ຫາກໍໝູນໃຊ້ສຳລັບສິນຄ້ານ້ຳເຂົ້າ.

ທ່ານປະທານາທິບໍດີ Donald Trump ຈັດການຖະແຫຼງຂ່າວຢູ່ທຳນຽບຂາວ  ຢູ່ Washington, D.C,ອາເມລິກາ ໃນວັນທີ 20/2/2026,  (ພາບ:  REUTERS/Kevin Lamarque)

ຕາມໃບຮ້ອງຟ້ອງທີ່ໄດ້ສົ່ງເຖິງສານການຄ້າສາກົນ ອາເມລິກາ ປະຈຳ ນິວຢອກ ແລ້ວ, ບັນດາລັດດັ່ງກ່າວ ໂດຍພັກປະຊາທິປະໄຕນຳພາ, ໃນນັ້ນ ມີລັດ New York, California ແລະ Oregon, ຖືວ່າ ບັນດາລະດັບອັດຕາພາສີໃໝ່ແມ່ນຜິດກົດໝາຍ. ລະອຽດ, ລັດຖະບັນຍັດໃໝ່ຂອງທຳນຽບຂາວ ໄດ້ຄັດສະເໜີກົດໝາຍວ່າດ້ວຍການຄ້າ ສະບັບປີ 1974 ເພື່ອຈັດວາງພາສີພາຍໃນ 150 ວັນ, ໃນຂະນະທີ່ ກົດໝາຍສະບັບນີ້ ໄດ້ສ້າງຂຶ້ນເພື່ອແກ້ໄຂບັນດາກໍລະນີສຸກເສີນກ່ຽວກັບເງິນຕາໃນໄລຍະສັ້ນເທົ່ານັ້ນ, ຫາກບໍ່ແມ່ນບັນດາບັນຫາຂາດດຸນການຄ້າປົກກະຕິ.

        ໂຕ້ຕອບຄືນ, ທ່ານ Kush Desai ໂຄສົກທຳນຽບຂາວ ໃຫ້ຮູ້ວ່າ ອຳນາດການປົກຄອງ ຈະເດັດດ່ຽວປົກປ້ອງການກະທຳຂອງທ່ານປະທານາທິບໍດີຢູ່ສານ, ພ້ອມທັງຢັ້ງຢືນວ່າ ປະທານາທິບໍດີ ພວມນຳໃຊ້ສິດອຳນາດໂດຍສະພາແຫ່ງຊາດມອບໝາຍໃຫ້ເພື່ອແກ້ໄຂບັນດາບັນຫາກ່ຽວກັບການຊຳລະສາກົນ ແລະ ຂາດດຸນການຊຳລະຂອງ ອາເມລິກາ.

ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.