ຂ່າວເດັ່ນ

ມີ 8 ປະເທດອິດສະລາມຖະແຫຼງເຂົ້າຮ່ວມສະພາສັນຕິພາບ ກາຊາ

ມີ 8 ປະເທດອິດສະລາມຖະແຫຼງເຂົ້າຮ່ວມສະພາສັນຕິພາບ ກາຊາ

(VOVWORLD) - ພາຍຫຼັງບັນດາແຈ້ງການສະເພາະ, ວັນທີ 21 ມັງກອນ, 8 ປະເທດ ອາຣັບ ແລະ ອິດສະລາມ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຂໍ້ຕົກລົງເຂົ້າຮ່ວມສະພາສັນຕິພາບ ກາຊາ ໂດຍ ອາເມລິກາ ສ້າງຕັ້ງ ແລະ ນຳພາ.

        8 ປະເທດ ອາຣັບ ແລະ ອິດສະລາມ ທີ່ອອກຖະແຫຼງການຮ່ວມແຈ້ງຂໍ້ຕົກລົງເຂົ້າຮ່ວມສາພາສັນຕິພາບ ກາຊາ ລວມມີ: ອີຢິບ, ຕວັກກີ, ຊະອຸດີ ອາຣາເບຍ, ສະຫະລັດອາຣັບເອັມມີເລດ, ຈໍແດນ, ກາຕາ, ປາກິດສະຖານ ແລະ ອິນໂດເນເຊຍ. ນີ້ກໍ່ແມ່ນ 8 ປະເທດທີ່ເຄີຍອອກຖະແຫຼງການຮ່ວມກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງສົງຄາມ ກາຊາ ເປັນຫຼາຍຄັ້ງໃນໄລຍະຜ່ານມາ.

        ໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ ກໍ່ແຈ້ງໃຫ້ຊາບວ່າ ທ່ານ Benjamin Netanyahu, ນາຍົກລັດຖະມົນຕີປະເທດນີ້ ໄດ້ເຫັນດີຕໍ່ຄຳເຊີນຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກ່ຽວກັບການເຂົ້າຮ່ວມສະພາສັນຕິພາບ ກາຊາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.